ສະມາຊິກສະພາແຫ່ງຊາດຊຸດໃໝ່ເກຼັກສະບານຕົວຮັບດຳລົງຕຳແໜ່ງ

ສະມາຊິກສະພາແຫ່ງຊາດຊຸດໃໝ່ເກຼັກສະບານຕົວຮັບດຳລົງຕຳແໜ່ງ - ảnh 1
ຄະ​ນະ​ລັດ​ຖະ​ບານ​ຊຸດ​ໃໝ່ ເກຼັກ ຈັດ​ວາ​ລະ​ປະ​ຊຸມ​ທຳ​ອິດ​ໃນ​ວັນ​ທີ 28/1
(ພາບ: AFP/TTXVN)

(vovworld) – ​ວັນ​ທີ 5/2, ​ສະ​ມາ​ຊິກສະ​ພາ​ແຫ່ງ​ຊາດ​ຊຸດ​ໃໝ່​ຂອງ ເກຼັກ ສະ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ ແລະ ​ຮຽກໂຮມ​ປະ​ຊຸມ​ວາ​ລະ​ປະ​ຊຸມ​ທຳ​ອິດ​ນັບ​ແຕ່​ການ​ເລືອກ​ຕັ້ງ​​ທົ່ວ​ປະ​ເທດ​ໃນ​ວັ​ນ​ທີ 25/1 ຜ່ານ​ມາ, ເປັນ​ຄັ້ງ​ທຳ​ອິດຢູ່​ສະ​ພາ​ແຫ່ງ​ຊາດ ເກຼັກ ​ນຳ​ພັກ​ການ​ເມືອງຝ່າຍ​ຊ້າຍ​ຂຶ້ນ​ກຳ​ອຳ​ນາດ​ຢູ່ ເກຼັກ ນັບ​ແຕ່​ສົງ​ຄາມ​ໂລກ​ຄັ້ງ​ທີ 2. ວາ​ລະ​ປະ​ຊຸມ​ໂດຍ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່ Alexis Tsipras ສະ​ເໜີ, ດ້ວຍຈຸດ​ປະ​ສົງ​ຕີ​ລາ​ຄາ​ມາດ​ຕະ​ການ​​ແກ້​ໄຂ​ວິ​ກິດ​ການ​ໜີ້​ຂອງ ເກຼັກ, ທີ່​ເຄີຍ​​ເປັນ​ຫົ​ວ​ຂໍ້​ຕົ້ນ​ຕໍ​ໃນ​ການ​ພົບ​ປະ​​ຄັ້ງ​ຕ່າງໆລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເກຼັກ ແລະ ບັນ​ດາ​ເຈົ້າ​ໜ້າ​ທີ່ ເອີ​ລົບ ໃນ​ຊຸມ​ວັນ​ຜ່ານ​ມາ. ຄາດ​ວ່າ, ທ້າຍ​ທິດນີ້, ທ່ານ Tsipras ຈະ​ປະ​ກາດ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ ແລະ ການ​​​ປ່ອນ​ບັດໄວ້​ວາງ​ໃຈ​ສຳ​ລັບ​ລັດ​ຖະ​ບານ​ຂອງ​ທ່ານ​ທີ່​ຈະ​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 9/2 ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ