ສະ​ວິດ ປະ​ກາດ​ຍຸດ​ທະ​ສາດ​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 2023 – 2026

(VOVWORLD) -ການພົວພັນລະຫວ່າງ ສະວິດ ກັບ 11 ປະເທດ ອາຊີຕາເວັນອອກສ່ຽງໃຕ້ ຈະເພີ່ມທະວີໃນ 5 ຂົງເຂດ, ເຊິ່ງລວມມີ: ສັນຕິພາບ ແລະ ຄວາມໝັ້ນຄົງ, ເສດຖະກິດ - ການສຶກສາ - ຄົ້ນຄວ້າ, ພັດທະນາແບບຍືນຍົງ, ພັດທະນາເຕັກນິກດີຈີຕອນ, ສະໜອງການບໍລິການຕ່າງໆທີ່ມີຄຸນນະພາບໃຫ້ແກ່ພົນລະເມືອງ ສະວິດ ທີ່ດຳລົງຊີວິດຢູ່ບັນດາປະເທດໃນພາກພື້ນນີ້. 

ວັນທີ 17 ກຸມພາ, ສະພາສະຫະພັນ ສະວິດ  ໄດ້ປະກາດຍຸດທະສາດ ອາຊີຕາເວັນອອກສ່ຽງໃຕ້ ໄລຍະ 2023 -2026. ເນື້ອໃນຂອງຍຸດທະສາດດັ່ງກ່າວ ໄດ້ຢັ້ງຢືນຄວາມສຳຄັນຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ທີ່ນັບມື້ນັບເພີ່ມຂຶ້ນ. 11 ປະເທດໃນພາກພື້ນນີ້ ພ້ອມກັນສ້າງພື້ນຖານເສດຖະກິດໃຫຍ່ອັນດັບທີ 5 ໃນໂລກ.

        ຕາມຍຸດທະສາດດັ່ງກ່າວແລ້ວ, ການພົວພັນລະຫວ່າງ ສະວິດ ກັບ 11 ປະເທດ ອາຊີຕາເວັນອອກສ່ຽງໃຕ້ ຈະເພີ່ມທະວີໃນ 5 ຂົງເຂດ, ເຊິ່ງລວມມີ: ສັນຕິພາບ ແລະ ຄວາມໝັ້ນຄົງ, ເສດຖະກິດ - ການສຶກສາ - ຄົ້ນຄວ້າ, ພັດທະນາແບບຍືນຍົງ, ພັດທະນາເຕັກນິກດີຈີຕອນ, ສະໜອງການບໍລິການຕ່າງໆທີ່ມີຄຸນນະພາບໃຫ້ແກ່ພົນລະເມືອງ ສະວິດ ທີ່ດຳລົງຊີວິດຢູ່ບັນດາປະເທດໃນພາກພື້ນນີ້. ສະວິດ ຈະຕັ້ງໜ້າໜູນຊ່ວຍ ອາຊີຕາເວັນອອກສ່ຽງໃຕ້ ໃນການມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງ. ສະວິດ ກໍ ເພີ່ມທະວີການເຂົ້າຮ່ວມເວທີປາໄສຫຼາຍຝ່າຍຈຳນວນໜຶ່ງ, ໂດຍສະເພາະແມ່ນ ອາຊຽນ.


ຕອບກັບ

ຂ່າວ/ບົດ​ອື່ນ