ສະຫຼຸບ 40 ປີແຫ່ງວັນໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ”

ສະຫຼຸບ 40 ປີແຫ່ງວັນໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” - ảnh 1
ພາບປະກອບ

(vovworld) - ຕອນ​ບ່າຍ​ວັນ​ທີ 30/1, ຢູ່​ຮ່າ​ໂນ້ຍ, ຄະນະ​ຈັດ​ຕັ້ງ​ລະດັບ​ລັດ​ກ່ຽວ​ກັບບັນດາການ​ເຄື່ອນ​ໄຫວສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ໄຊຊະນະ “ຮ່າ​ໂນ້ຍ - ດ້ຽນບຽນ​ຝູທາງ​ອາກາດ” ຈັດ​ຕັ້ງ​ການ​ສະຫຼຸບບັ້ນ​ເຄື່ອນ​ໄຫວ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ທ້ຽນ​ເຍີນ ຢັ້ງຢືນ​ວ່າ​: ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ໄຊຊະນະ “ຮ່າ​ໂນ້ຍ - ດ້ຽນບຽນ​ຝູທາງ​ອາກາດ” ​ແມ່ນບັ້ນ​ດຳ​ເນີນ​ຊີວິດ​ການ​ເມືອງ​ທີ່​ມີ​ລັກສະນະ​ທົ່ວ​ປະ​ເທດ, ທົ່ວ​ກອງທັບ ​ແລະ ມີ​ກຳລັງ​ແຜ່​ຂະຫຍາຍ​ທີ່​ໄດ້​ຮັບ​ການ​ຮັບ​ຮູ້ - ຕີ​ລາຄາ​ສູງ​ຈາກ​ສັງຄົມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ສະ​ເໜີ​ວ່າ: ນະຄອນຫຼວງ ຮ່າ​ໂນ້ຍ ຈະ​ມີ​ການ​ກຳນົດ​ກ່ຽວ​ກັບ​ການ​ລົງທຶນ, ບຸລະນະ​ປະຕິສັງຂອນ, ຍົກລະດັບ​ບັນດາ​ປູຊະນີ​ຍະ​ສະຖານ​ປະຫວັດສາດ​ທີ່​ກ່ຽວຂ້ອງ​ເຖິງ ໄຊຊະນະ “ຮ່າ​ໂນ້ຍ - ດ້ຽນບຽນ​ຝູທາງ​ອາກາດ” ດ້ວຍ​ຂອບ​ຂະໜາດ, ຮູບ​ແບບ​ເໝາະ​ສົມ​ເພື່ອ​ນຳ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ, ຍາວ​ນານ, ຮັບ​ໃຊ້​​ການທ່ອງທ່ຽວ​ກໍ່​ຄື​ການ​ສຶກສາ​ອົບ​ຮົມມູນ​ເຊື້ອ​ໃຫ້​ແກ​່ລຸ້ນໜຸ່ມ. ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນຕ່າງໆ ທີ່ກ່ຽວຂ້ອງຄວນ​ສືບ​ຕໍ່​ຊີ້​ນຳ​ເລື່ອງ​ເກັບ​ກຳ​ເອກະສານ​, ​ເກັບ​ມ້ຽນວັດຖຸ​ພັນຕ່າງໆທີ່​ກ່ຽວຂ້ອງ​ເຖິງໄຊຊະນະ “ຮ່າ​ໂນ້ຍ - ດ້ຽນບຽນ​ຝູທາງ​ອາກາດ” ​ເພື່ອ​​ເກັບ​ຮັກສາ, ຮັບ​ໃຊ້​ວຽກງານ​ຄົ້ນ​ຄ້ວາ, ຮຳ່ຮຽນ, ​ໂຄສະນາ ​ແລະ ສຶກສາ​ມູນ​ເຊື້​ອ​ໃຫ້​ລຸ້ນຫຼັງ.

ຂ່າວ/ບົດ​ອື່ນ