ທ່ານເລຮົ່ງແອງ ກ່າວຄຳເຫັນຊີ້ນຳກອງປະຊຸມ
(ພາບ: vnn.vn)
(vovworld) - ວັນທີ 15/2, ຢູ່ຮ່າໂນ້ຍ, ຄະນະຊີ້ນຳວຽກງານສື່ສານພົວພັນຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມສະຫຼຸບອາຍຸການຊຸດທີ 10. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຮ່ົງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ, ເນັ້ນໜັກວ່າ: ໃນສະຖານະການທີ່ຫວຽດນາມເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກ້ວາງຂວາງນັ້ນ, ວຽກງານສື່ສານພົວພັນຕ່າງປະເທດມີບົດບາດສຳຄັນທີ່ສຸດ, ເຮັດໃຫ້ໂລກເຂົ້າໃຈແຈ້ງ ແລະ ຖືກຕ້ອງກ່ຽວກັບຫວຽດນາມ, ຜ່ານນັ້ນສະແຫວງຫາການສະໜັບສະໜູນຈາກສາກົນເພື່ອຮັບໃຊ້ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານເລຮົ່ງແອງ ຮຽກຮ້ອງວ່າ: ຕ້ອງຜັນຂະຫຍາຍບັນດາການເຄື່ອນໄຫວສື່ສານພົວພັນຕ່າງປະເທດຢ່າງຄົບຊຸດ, ຮອບດ້ານບົນພື້ນຖານ: “ຍຸດທະສາດພັດທະນາສື່ສານພົວພັນຕ່າງປະເທດໄລຍະ 2011 - 2020” ໂດຍໄວ. ເນື່ອງໃນໂອກາດນີ້, ຄະນະຊີ້ນຳອາຍຸການຊຸດທີ 11 ໄດ້ອອກສະເໜີຕົວ. ທ່ານດິງເທ໋ຮິງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ, ແມ່ນຫົວໜ້າຄະນະຊີ້ນຳວຽກງານສື່ສານພົວພັນຕ່າງປະເທດອາຍຸການໃໝ່