ສະຫລຸບ 3 ປີແຫ່ງການ ປະຕິບັດແຜນຮ່າງພັດ ທະນາການສຶກສາ ສຳລັບບັນດາຊົນເຜົ່າ ສ່ວນໜ້ອຍທີ່ສຸດ
(ພາບ: ໜັງສືພິມຟູທໍ້)
(vovworld)- ວັນທີ 27/12, ຢູ່ຮ່າໂນ້ຍ, ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ໄດ້ຈັດການສະຫລຸບ 3 ປີແຫ່ງການປະຕິບັດຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີເຊັນອະນຸມັດແຜນຮ່າງພັດທະນາການສຶກສາສຳລັບບັນດາຊົນເຜົ່າສ່ວນໜ້ອຍທີ່ສຸດ ໄລຍະ 2010-2015. ໄລ່ຮອດທ້າຍປີ 2013, ຈຳນວນເງິນທັງໝົດຂອງສູນກາງແບ່ງໃຫ້ທ້ອງຖິ່ນຕ່າງໆເພື່ອລົງທຶນ, ກໍ່ສ້າງພື້ນຖານດ້ານວັດຖຸໃຫ້ບັນດາໂຮງຮຽນປະຖົມມີນັກຮຽນຊາວຊົນເຜົ່າສ່ວນໜ້ອຍທີ່ສຸດແມ່ນເກືອບ 66 ຕື້ດົ່ງ. ເພື່ອບັນລຸໄດ້ຈຸດໝາຍຂອງແຜນຮ່າງໃນ 2 ປີຕໍ່ໄປ, ທ່ານນາງຫງຽນທິເຫງ້ຍ ຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຖືວ່າ:
“ທ້ອງຖິ່ນຕ່າງໆຕ້ອງໄດ້ຮັບເງິນຈາກຫຼາຍແຫຼ່ງ. ນອກຈາກແຫຼ່ງຈາກໂຄງການຈຸດໝາຍແຫ່ງຊາດ, ຕ້ອງມີແຫຼ່ງເງິນຂອງສັງຄົມເພື່ອສາມາດປະຕິບັດການລົງທຶນໃຫ້ແກ່ພື້ນຖານວັດຖຸສຳເລັດ ເພື່ອໃຫ້ຄູອາຈານອຸ່ນອ່ຽນໃຈສິດສອນໃຫ້ນັກຮຽນຊາວຊົນເຜົ່າສ່ວນໜ້ອຍທີ່ສຸດ“.