ສະ​ຫະ​ປະ​ຊາ​ຊາດ, NATO ສະ​ແດງ​ຄວາມ​ຊົມ​ເຊີຍ ອາ​ເມ​ລິ​ກາ​ ທີ່​ມີ​ຄວາມ​ຄິດ​ຢາກ​ຕໍ່​ກຳ​ນົດ​ເວ​ລາສົນ​ທິ​ສັນ​ຍາ New START

(VOVWORLD) -ທີ່ການຖະແຫຼງຂ່າວທາງອອນລາຍ, ທ່ານ Stephane Dujarric ໂຄສົກສະຫະປະຊາຊາດໃຫ້ຮູ້ວ່າ ຝ່າຍລັດເຊຍກໍ່ໄດ້ຢ້ຳຄືນເຖິງຄວາມປາດຖະໜາຢາກຕໍ່ກຳນົດເວລາຂອງສົນທິສັນຍານີ້ ແລະ ທ່ານເລຂາທິການໃຫຍ່ຫວັງວ່າ ສອງຝ່າຍຈະບັນລຸໄດ້ຂໍ້ຕົກລົງຕໍ່ກຳນົດເວລາ ກ່ອນທີ່ New START ຈະໝົດຜົນສັກສິດໃນວັນທີ 5 ກຸມພາຈະມາເຖິງ.
ສະ​ຫະ​ປະ​ຊາ​ຊາດ, NATO ສະ​ແດງ​ຄວາມ​ຊົມ​ເຊີຍ ອາ​ເມ​ລິ​ກາ​ ທີ່​ມີ​ຄວາມ​ຄິດ​ຢາກ​ຕໍ່​ກຳ​ນົດ​ເວ​ລາສົນ​ທິ​ສັນ​ຍາ New START - ảnh 1ທ່ານ ເລຂາທິການໃຫຍ່ ສປຊ Antonio Guterres (ພາບ: TTXVN)

ວັນທີ 22 ມັງກອນ, ທ່ານ ເລຂາທິການໃຫຍ່ ສປຊ Antonio Guterres  ແລະ ທ່ານ Jens Stoteberg ເລຂານຸການໃຫຍ່ອົງການສົນທິສັນຍາ ອັດລັງຕິກເໜືອ (NATO)ໄດ້ສະແດງຄວາມຊົມເຊີຍຕໍ່ ແນວຄວາມຄິດ ຂອງ ປະທານາທິບໍດີ ອາເມລິກາ ຄົນໃໝ່ ທ່ານ Joe Biden ທີ່ຢາກຕໍ່ກຳນົດເວລາສົນທິສັນຍາ ຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START), ພ້ອມທັງສົ່ງເສີມສອງຝ່າຍເຂົ້າຮ່ວມສົນທິສັນຍາລວມມີ ອາເມລິກາ ແລະ ລັດເຊຍປະຕິບັດໃຫ້ສຳເລັດບັນດາບາດກ້າວທີ່ຈຳເປັນໂດຍໄວເພື່ອສາມາດເລີ່ມຕົ້ນການເຈລະຈາ ກ່ຽວກັບມາດຕະການຄວບຄຸມອາວຸດໃໝ່.

        ທີ່ການຖະແຫຼງຂ່າວທາງອອນລາຍ, ທ່ານ Stephane Dujarric ໂຄສົກສະຫະປະຊາຊາດໃຫ້ຮູ້ວ່າ ຝ່າຍລັດເຊຍກໍ່ໄດ້ຢ້ຳຄືນເຖິງຄວາມປາດຖະໜາຢາກຕໍ່ກຳນົດເວລາຂອງສົນທິສັນຍານີ້ ແລະ ທ່ານເລຂາທິການໃຫຍ່ຫວັງວ່າ ສອງຝ່າຍຈະບັນລຸໄດ້ຂໍ້ຕົກລົງຕໍ່ກຳນົດເວລາ ກ່ອນທີ່ New START ຈະໝົດຜົນສັກສິດໃນວັນທີ 5 ກຸມພາຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ