ສະຫະປະຊາຊາດ ຊົມເຊີຍຂໍ້ສະເໜີຂອງພວກກະບົດ Houthi ຢຸດຕິການບຸກໂຈມຕີ ອາຣັບບີ ຊະອຸດິ

(VOVWORLD) -ທູດພິເສດ ສປຊ ຮັບຜິດຊອບກ່ຽວກັບ ເຢແມນ ໄດ້ຊົມເຊີຍຂໍ້ສະເໜີຂອງກໍາລັງພວກກະບົດ Houthi ຢູ່ ເຢແມນ ທີ່ວ່າ ຈະຢຸດຕິບັນດາການບຸກໂຈມຕີ ທີ່ແນໃສ່ ອາຣັບບີ ຊະອຸດິ. 
ສະຫະປະຊາຊາດ ຊົມເຊີຍຂໍ້ສະເໜີຂອງພວກກະບົດ Houthi ຢຸດຕິການບຸກໂຈມຕີ ອາຣັບບີ ຊະອຸດິ - ảnh 1ທ່ານ Martin Griffiths ທູດພິເສດ ສປຊ ຮັບຜິດຊອບກ່ຽວກັບ ເຢແມນ (ຜູູ້ຢູ່ເບື້ອງຂວາ) (ພາບ:  THX/TTXVN)

 ວັນທີ 21 ກັນຍາ, ທູດພິເສດ ສປຊ ຮັບຜິດຊອບກ່ຽວກັບ ເຢແມນ ໄດ້ຊົມເຊີຍຂໍ້ສະເໜີຂອງກໍາລັງພວກກະບົດ Houthi ຢູ່ ເຢແມນ ທີ່ວ່າ ຈະຢຸດຕິບັນດາການບຸກໂຈມຕີ ທີ່ແນໃສ່ ອາຣັບບີ ຊະອຸດິ. ໃນແຈ້ງການສະບັບໜຶ່ງຈາກສໍານັກງານສະຫະປະຊາຊາດ ຢູ່ ນິວຢອກ, ອາເມລິກາ. ທ່ານ Martin Griffiths ທູດພິເສດ ສປຊ ຮັບຜິດຊອບກ່ຽວກັບ ເຢແມນ ຖືວ່າ ຖ້າຫາກກໍາລັງ Houthi ປະຕິບັດຂໍ້ສະເໜີດ້ວຍເຈດຕະນາດີນັ້ນ ອາດຈະສົ່ງສານຢ່າງແຮງກ່ຽວກັບຄວາມຕັດສິນໃຈຢ່າງສູງໃນການຢຸດຕິສົງຄາມຢູ່ ເຢແມນ.

        ໃນ 5 ປີຜ່ານມາ, ເຢແມນ ຕົກເຂົ້າສູ່ສະພາບຂອງສົງຄາມລະຫວ່າງກໍາລັງ Houthi ເຊິ່ງປັດຈຸບັນພວມຄວບຄຸມ ນະຄອນຫຼວງ Sanaa ແລະ ບາງເຂດອື່ນໆ ຂອງ ເຢແມນ ດ້ວຍກໍາລັງທະຫານປະສົມໂດຍ ອາຣັບບີ ຊາອຸດິ ນໍາໜ້າ ເຊິ່ງເປັນຝ່າຍສະໜັບສະໜູນລັດຖະບານ ແລະ ໄດ້ຮັບການຮັບຮອງຈາກສາກົນ. ການປະທະກັນ ໄດ້ເຮັດໃຫ້ສາມັນຊົນນັບໝື່ນຄົນເສຍຊີວິດ ກໍຄື ນັບລ້ານຄົນຕົກເຂົ້າສູ່ສະພາບໄພອຶດຫີວ. ສປຊ ຖືວ່າ ບັນດາເຫດການທີ່ເກີດຂຶ້ນຢູ່ເຢແມນ ແມ່ນໄພພິບັດມະນຸດສະທໍາທີ່ຮ້າຍແຮງທີ່ສຸດໃນໂລກ.


ຕອບກັບ

ຂ່າວ/ບົດ​ອື່ນ