ສ​ະ​ຫະ​ປະ​ຊາ​ຊາດ ເຊີດ​ຊູພະ​ນັກ​ງານ​ທີ່​ເສຍ​ສະຫຼະ​ຊີ​ວິດ ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ປີ 2020

(VOVWORLD) - ວັນທີ 6 ພຶດສະພາ, ສະຫະປະຊາຊາດ (ສປຊ) ໄດ້ຈັດພິທີໄວ້ອາໄລ, ເຊີດຊູ ພະນັກງານ 336 ຄົນ ທີ່ໄດ້ເສຍສະຫຼະຊີວິດ ເມື່ອປະຕິບັດໜ້າທີ່ໃນປີ 2020. ນີ້ແມ່ນຈຳນວນພະນັກງານ ສປຊ ທີ່ເສຍສະຫຼະຊີວິດສູງທີ່ສຸດໃນຮອບເວລາ 1 ປີ ນັບແຕ່ກ່ອນມາຮອດປັດຈຸບັນ.
ສ​ະ​ຫະ​ປະ​ຊາ​ຊາດ ເຊີດ​ຊູພະ​ນັກ​ງານ​ທີ່​ເສຍ​ສະຫຼະ​ຊີ​ວິດ ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ປີ 2020 - ảnh 1ພາບປະກອບ: UN

ພິທີໄວ້ອາໄລໂດຍ ສປຊ ໄດ້ຈັດຂຶ້ນທາງອອນລາຍ ເພື່ອລະນຶກເຖິງບັນດານາຍທະຫານ ແລະ ພະນັກງານພົນລະເຮືອນເສຍສະຫຼະຊີວິດ ຍ້ອນບັນດາການກະທຳທີ່ເປັນປໍລະປັກ, ໄພທຳມະຊາດ ແລະ ບັນດາເຫດການຕ່າງໆ, ລວມມີບັນດາພະນັກງານທີ່ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ຫຼືພະຍາດຕ່າງໆ ເຊິ່ງຖືກຈຳກັດໃນການສຳຜັດກັບການບໍລິການເບິ່ງແຍງດູແລສຸຂະພາບ ຍ້ອນໂລກລະບາດໂຄວິດ - 19.

        ທ່ານ ເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໃຫ້ສະຫງວນເວລາ 1 ນາທີ ເພື່ອ ກົ້ມຫົວໄວ້ອາໄລເຖິງບັນດາພະນັກງານຂອງ ສປຊ ທີ່ໄດ້ເສຍສະຫຼະຊີວິດເມື່ອປະຕິບັດໜ້າທີ່. ທ່ານ ເລຂາທິການໃຫຍ່ ສປຊ ໄດ້ເນັ້ນໜັກວ່າ ການເສຍສະຫຼະຊີວິດຂອງເຂົາເຈົ້າຈະບໍ່ມີວັນລືມໄດ້. ສປຊ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ກວດກາຄືນ ແລະ ປັບປຸງບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງຄວາມປອດໄພ ແລະ ການດູແລພະນັກງານ. ສປຊ ໃຫ້ຮູ້ວ່າບັນດາພະນັກງານຂອງອົງການນີ້ ມາຈາກ ກ່ວາ 80 ປະເທດໃນໂລກ  ຊຶ່ງສ່ອງແສງໃຫ້ເຫັນຄວາມເປັນຫຼາຍຮູບແບບ ແລະ ອຸດົມສົມບູນກ່ຽວກັບປະສົບການຂອງ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ