ສະຫະປະຊາຊາດກ່າວເຕືອນໄພອຶດຫິວຢູ່ ອັບການິດສະຖານ.

(VOVWORLD) -ທ່ານ ນາຕາເລຍ ກາແນມ ຜູ້ອຳນວຍການກອງທືນປະຊາກອນສະຫະປະຊາຊາດ ໄດ້ກ່າວເຕືອນເມື່ອວັນທີ 25 ກັນຍາວ່າ ອັບການິດສະຖານພວມປະເຊີນໜ້າກັບໄພອຶດຫິວຢ່າງຮ້າຍແຮງ ຂະນະທີ່ລະດູໜາວພວມໃກ້ຈະວຽນມາ ແລະບັນດາການບໍລິການຖືກຕັດຕອນ
    ສະຫະປະຊາຊາດກ່າວເຕືອນໄພອຶດຫິວຢູ່ ອັບການິດສະຖານ.  - ảnh 1ອັບການິດສະຖານພວມປະເຊີນໜ້າກັບໄພອຶດຫິວຢ່າງຮ້າຍແຮງ

     ທ່ານນາງ ນາຕາເລຍ ກາແນມເນັ້ນໜັກວ່າຢ່າງໜ້ອຍສຸດແມ່ນ 1/3 ໃນຍອດຈຳນວນປະຊາກອນ 33 ລ້ານຄົນຢູ່ ອັບການິດສະຖານຖືກຮັບຜົນສະທ້ອນຍ້ອນໄພອຶດຫິວໃກ້ຈະມາເຖິງ.

      ກ່ອນໜ້ານັ້ນໃນວັນທີ 23 ກັນຍາ ຜູ້ຕາງໜ້າອົງການອະນາໄມໂລກຢູ່ ອັບການິດສະຖານ ທ່ານລູໂອດາເປັງ ຍັງຮຽກຮ້ອງໃຫ້ປະຊາຄົມໂລກສືບຕໍ່ອຸປະຖຳໃຫ້ແກ່ໂຄງການສາທາລະນະສຸກຢູ່ປະເທດນີ້ ເຊິ່ງເຄີຍໄດ້ຖືກຢຸດສະງັກຂະນະທີ່ ຕາລີບານຂຶ້ນກຳອຳນາດ. 

ຕອບກັບ

ຂ່າວ/ບົດ​ອື່ນ