ສະ​ຫະປະຊາ​ຊາ​ດ​ອຸປະຖໍາ​ແປ້ງ​ເຂົ້າບະ​ເລ​ຈໍານວນ 50.000 ​ໂຕນ ​ໃຫ້​ແກ່ ລີ​ບັງ ພາຍຫຼັງ​ເຫດ​ລະ​ເບີດ​ຢູ່ ​ເບຣຸດ

(VOVWORLD) -ໂຄງການສະບຽງອາຫານໂລກ (WFP) ຈະອຸປະຖໍາແປ້ງເຂົ້າບະເລຈໍານວນ 50.000 ໂຕນໃຫ້ແກ່ ລີບັງ. 
ສະ​ຫະປະຊາ​ຊາ​ດ​ອຸປະຖໍາ​ແປ້ງ​ເຂົ້າບະ​ເລ​ຈໍານວນ 50.000 ​ໂຕນ ​ໃຫ້​ແກ່ ລີ​ບັງ ພາຍຫຼັງ​ເຫດ​ລະ​ເບີດ​ຢູ່ ​ເບຣຸດ - ảnh 1ເຫດລະເບີດໃນອາທິດແລ້ວນີ້ຢູ່ເຂດທ່າກໍ່າປັ່ນຢູ່ນະຄອນຫຼວງ ເບຣຸດ ເຮັດໃຫ້ 158 ຄົນເສຍຊີວິດ(ພາບ: AFP/TTXVN)

        ວັນທີ 11 ສິງຫາ, ຫ້ອງການປະສານງານບັນດາບັນຫາມະນຸດສະທໍາຂອງ ສປຊ ໃຫ້ຮູ້ວ່າ ໂຄງການສະບຽງອາຫານໂລກ (WFP) ຈະອຸປະຖໍາແປ້ງເຂົ້າບະເລຈໍານວນ 50.000 ໂຕນໃຫ້ແກ່ ລີບັງ ເພື່ອໜູນຊ່ວຍປະເທດນີ້ມີແຫຼ່ງສະບຽງອາຫານເປັນປົກກະຕິພາຍຫຼັງເກີດເຫດລະເບີດ ໃນອາທິດແລ້ວນີ້ຢູ່ເຂດທ່າກໍ່າປັ່ນຢູ່ນະຄອນຫຼວງ ເບຣຸດ ເຮັດໃຫ້ 158 ຄົນເສຍຊີວິດ.

        ກ່ອນທີ່ເກີດເຫດລະເບີດດັ່ງກ່າວ, ລັດຖະບານ ລີບັງ ຍັງບໍ່ທັນມີສາງສະສົມແປ້ງບະເລຍຸດທະສາດໃດໆ, ໃນຂະນະທີ່ບັນດາສາງສະສົມສະບຽງອາຫານທັງໝົດຂອງເອກະຊົນລ້ວນແຕ່ຖືກທໍາລາຍໃນເຫດລະເບີດດັ່ງກ່າວ. ຄາດວ່າ, ການອຸປະຖໍາງວດທໍາອິດຂອງ WFP ລວມມີແປ້ງບະເລ 17.500 ໂຕນ ໃນຈໍານວນທັງໝົດ 50.000 ໂຕນ ຈະໄດ້ຂົນສົ່ງໄປຍັງ ລີບັງໃນຮອບເວລາ 10 ວັນ.


ຕອບກັບ

ຂ່າວ/ບົດ​ອື່ນ