(vovworld) – ວັນທີ 27/03, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki moon ໄດ້ຮຽກຮ້ອງໃຫ້ບັນດານັກການເມືອງອີຣັກ ສະໜັບສະໜູນບັນດາແຜນການປະຕິຮູບເຊິ່ງທ່ານນາຍົກລັດຖະມົນຕີ Haider al Abadi ຍົກອອກມາ, ພ້ອມທັງເນັ້ນໜັກຢ່າງແຂງແຮງວ່າ ຕ້ອງດຳເນີນການໄກ່ເກ່ຍປ່ອງດອງຊາດ. ກ່າວຄຳເຫັນທີ່ສະພາແຫ່ງຊາດອີຣັກ, ເນື່ອງໃນໂອກາດການຢ້ຽມຢາມປະເທດນີ້ເປັນຄັ້ງທີ 8, ທ່ານ Ban Ki moon ຮຽກຮ້ອງໃຫ້ບັນດານັກການເມືອງຢູ່ອີຣັກ ສືບຕໍ່ມານະພະຍາຍາມເພື່ອມຸ່ງໄປເຖິງການເປັນເອກະພາບກັນກ່ຽວກັບວິໄສທັດຮ່ວມ ເພື່ອແນໃສ່ຊູກຍູ້ການໄກ່ເກ່ຍປ່ອງດອງຊາດຢູ່ອີຣັກ ຄືນໃໝ່ ແລະ ປະຕິຮູບເສດຖະກິດສັງຄົມ. ວິໄສທັດຄືແນວນັ້ນຈະລວມທັງກົດໝາຍກ່ຽວກັບຄວາມຍຸຕິທຳ ແລະ ອະພິປາຍ, ກົດໝາຍກ່ຽວກັບການອະໄພຍາໂທດ ແລະ ການສ້າງຕັ້ງກຳລັງຕະຫຼວດແຫ່ງຊາດ.