ສະຫະປະຊາຊາດຮຽກຮ້ອງອິສະຣາແອນແລະປາແລດສະຕີນລະງັບໃຈ

ສະຫະປະຊາຊາດຮຽກຮ້ອງອິສະຣາແອນແລະປາແລດສະຕີນລະງັບໃຈ - ảnh 1
ຊາວ ອິດສະຣາແອນ ເດີນຂະບວນຄັດຄ້ານການເຄື່ອນໄຫວຊອກຫານັກສຶກສາ 3 ຄົນຫາຍສາບສູນ
(ພາບ:  AFP/TTXVN)

(vovworld) – ​ໃນ​ສະພາບ​ການ​ຄວາມ​ສະຫງົບປອດ​ໄພ​ໃນ​ພື້ນ​ທີ່​ຕົວຈິງ​ສືບ​ຕໍ່​ຜັນ​​ແປ​ໄປ​ຢ່າງ​ຮ້າຍ​ແຮງ, ວັນ​ທີ 23/6, ທ່ານ​ຮອງ​ເລຂາທິການ​ໃຫຍ່ ສ​​ປຊ Jeffrey Feltman ​ໄດ້​ຮຽກ​ຮ້ອງ​ ອິດສະຣາ​ແອນ ​ແລະ ປາ​ແລດ​ສະຕີ​ນ ລະງັບ​ໃຈ​​, ພ້ອມ​ທັງ​ຊອກ​ຫາ​ມາ​ດຕະການ​ເຊື່ອມ​ຕໍ່​ການ​ເຈລະຈາ. ກ່າວ​ຄຳ​ເຫັນ​ຕໍ່ໜ້າ​ສະພາ​ຄວາມ​ໝັ້ນຄົງ ສປຊ, ທ່ານ​ຮອງ​ເລຂາທິກ​ານ​ໃຫຍ່​ຮັບຜິດຊອບ​ບັນດາ​ບັນຫາ​ການ​ເມືອ​ງ Feltman ​ຢັ້ງຢືນ​ວ່າ: “ດ້ວຍ​ເລື່ອງ​ບັນດາ​ການ​ເຈລະຈາ​ສັນຕິພາບຖືກ​ຕົກ​ເຂົ້າ​ສູ່​ສະພາບ​ບໍ່​ມີ​ທາງ​ອອກ​ແຕ່ເດືອນ 4 ຜ່າ​ນມາ ​ແລະ ​ໂດຍ​ບໍ່​ຫົວຊາ​ຕໍ່​ການ​ລະງັບ​ໃຈ​ຂອງ​ທັງ 2 ຝ່າຍ, ສະພາບ​ການ​ໃນ​ພື້ນ​ທີ່​ຕົວ​ຈິງ​ປະຈຸ​ບັນ​ນີ້ໄດ້​​ຮ້າຍ​ແຮງ​ທີ່​ສຸດ​ດ້ວຍ​ການ​ຜັນ​ແປຕ່າງ​ໆ​ທີ່​ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ”. ທ່ານ​ໃຫ້​ຮູ້​ວ່າ: ບັ້ນ​ເຄື່ອນ​ໄຫວ​ຊອກ​ຫາ​ນັກ​ສຶກສາ ອິດສະຣາ​ແອນ ຖືກ​ລອກ​ຈັບຕົວ​​ໃນ​ວັນ​ທີ 12/6 ຢູ່​ຝັ່ງ​ຕາ​ເວັນ​ຕົກແມ່​ນ້ຳ​ຈໍ​ແດນ​ຍັງ​ຄົງ​​ດຳ​ເນີນ​ໄປ​ໃນ​ສະພາບ​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ,​ ​ໃນ​ນັ້ນ​ມີ​ເລື່ອງ ອິດສະຣາ​ແອນ ສືບ​ຕໍ່​ປະກາດ​ບັນດາ​ເຂດ​ຕັ້ງ​ຖີ່​ນຖານ​ຄົງ​ທີ່​ໃໝ່, ບັນດາ​ມື​ປືນ ​ປາ​ແລດ​ສະຕີ​ນ ​ໄດ້​ຍິງ​ລູກ​ຈະ​ລວດ​ເລັ່ງ​ໃສ່ ອິດສະຣາ​ແອນ ​ແລະ ຝ່າຍ ອິດສະຣາ​ແອນ​ ກໍ່ມີ​ປະຕິກິ​ລິ​ຍາໂຕ້​ຕອບ​ເຮັດ​ໃຫ້​ສະພາບ​ການຢູ່​ເຂດ Gaza​ຂາ​ດສະຖຽນ​ລະ​ພາບ​.


ຂ່າວ/ບົດ​ອື່ນ