ສະຫະປະຊາຊາດເຊື່ອໝັ້ນວ່າ:ຫວຽດນາມຈະແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈໃນຂົງເຂດຮັກສາສັນຕິພາບ

ສະຫະປະຊາຊາດເຊື່ອໝັ້ນວ່າ:ຫວຽດນາມຈະແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈໃນຂົງເຂດຮັກສາສັນຕິພາບ - ảnh 1
ນາຍ​ທະ​ຫານ​ຕິດ​ຕໍ່​ພົວ​ພັນ 2 ຄົນເຮັດ​ວຽກ​ຢູ່​ຄະ​ນະ​ປະ​ຕິ​ບັດ​ງານ ສ​ປ​ຊ ປະ​ຈຳ ຊູ​ດັງ ໃຕ້
(ພາບ: Quang Tuyến/Vietnam+)

(vovworld) – ​​ ​ບັນ​ດາ​ການ​ນຳ ສ​ປ​ຊ ແລະ ບັນ​ດາ​ອົງ​ການ​ສະ​ເພາະ​ກິດ​ຕີ​ລາ​ຄາ​ສູງ​ການ​ເຂົ້າ​ຮ່ວມ​​ຢ່າງຕັ້ງ​ໜ້າ​ຂອ​ງ​ ຫວຽດ​ນາມ ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ ແລະ ປາດ​ຖະ​ໜາ​​ວ່າ ຫວຽດ​ນາມ ຈະເພີ່ມ​ທະ​ວີ​ການ​ປະ​ກອບ​ສ່ວນ​ກ່​ວາ​ອີກ ກໍ່​ຄືເຊື່ອ​ໝັ້ນ​ວ່າ: ຫວຽດ​ນາມ ຈະ​ແມ່ນ​ຄູ່​ຮ່ວມ​ມື​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ຂົງ​ເຂດ​ຮັກ​ສາ​ສັນ​ຕິ​ພາບ. ບັນ​ດາ​ຖະ​ແຫຼງ​ການ​ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ​ໃນ​ການ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ກັບ​ການ​ນຳ ແລະ ບັນ​ດາ​ອົງ​ການ​ສະ​ເພາະ​ກິດ​ ສ​ປ​ຊ ຂອງ​ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ​ຂອງ ຫວຽດ​ນາມ ໂດຍ​ພົນ​ຕີ ຫວໍ​ວັນ​ຕ໋ວນ, ຮອງ​ຫົວ​ໜ້າ​ເສ​ນາ​ທິ​ການ, ຮອງ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ, ນຳ​ໜ້າ​ແຕ່​ວັນ​ທີ 14 – 16/10.

        ​ພົນ​ຕີ ຫວໍ​ວັນ​ຕ໋ວນ ແລະ ທ່ານ​ນາງ ຫງວຽນ​ເຟືອງ​ງາ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ​ຫວຽດ​ນ​າມ ປະ​ຈຳ ສ​ປ​ຊ, ມີ​ການ​ພົບ​ປະ ແລະ ເຮັດ​ວຽກ​ກັບ​ທ່ານ​ນາງ Ameerah Haq, ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ, ຫົວ​ໜ້າ​ກົມ​ໜູນ​ຊ່ວຍ​ພື້ນ​ທີ່​ຕົວ​ຈິງ, ທ່ານ Edmond Mulet, ຜູ້​ຊ່ວຍ​ວຽກ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ສ​ປ​ຊ ຮັບ​ຜິດ​ຊອບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ ແລະ ຕາງ​ໜ້າ​ໃຫ້​​ບັນ​ດາອົງ​ການ​ຄື: ຫ້ອງ​ການ​ທີ່​ປຶກ​ສາ​ການ​ທະ​ຫານ, ຫ້ອງ​ການ​ວາງ​ແຜນ​ກຳ​ລັງ, ຫ້ອງ​ການໜ​ູນ​ຊ່ວຍ​ການ​ແພດ…, ບັນ​ດາ​ເຈົ້າ​ໜ້າ​ທີ່ ສ​ປ​ຊ ລ້ວນ​ແຕ່ຢັ້ງ​ຢືນ​ເລື່ອງ ຫວຽດ​ນາມ ສ້າງ​ຕັ້ງ​ສູນ​ຮັກ​ສາ​ສັນ​ຕິ​ພາບ, ​ສົ່ງ​ນາຍ​ທະ​ຫານ​ຕິດ​ຕໍ່​ພົວ​ພັນ 2 ຄົນ​ເຖິງ​ຄະ​ນະ​ປະ​ຕິ​ບັດ​ງານ ສ​ປ​ຊ ປະ​ຈຳ ຊູ​ດັງ ໃຕ້ແມ່ນ​​ການ​ພິ​ສູດໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ປະ​ກອບ​ສ່ວນ​ຂອງ ຫວຽດ​ນາມ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ. ເນັ້ນ​ໜັກ​ວ່າ: ກອງ​ທັບຫຼວງ ຫວຽດ​ນາມ, ໄດ້​ຮັບ​ການ​ຝຶກ​ອົບ​ຮົມ​ເປັນ​ຢ່າງ​ດີ, ມີ​ປະ​ສົບ​ການ ແລະ ຄວາມ​ສາ​ມາດ​ກຽມ​ພ້ອມຕໍ່​ສຸ້​ສູງ, ບັນ​ດາ​ເຈົ້າ​ໜ້າ​ທີ່ ສ​ປ​ຊ​ເຊື່ອ​ໝັ້ນ​ວ່າ: ບັນ​ດາ​ປັດ​ໄຈ​ນີ້​ຈະນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ບັນ​ດາບັ້​ນ​ຮົບ​ຮັ​ກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ.

 



ຂ່າວ/ບົດ​ອື່ນ