ສະ​ຫະ​ພັ​ນ ອາ​ຣັບ​ສະ​ແດງຫຼັກ​ໝັ້ນ​ກ່​ຽວ​ກັບ​ການ​ຫັນ​ການ​ພົວ​ພັນ​ກັບ ອິດ​ສະ​ຣາ​ແອັນ ເປັນ​ປົກ​ກະ​ຕິ

(VOVWORLD) -  ວັນທີ 22 ສິງຫາ, ທ່ານເລຂາທິການໃຫຍ່ ສະຫະພັນ ອາຣັບ (AL), ທ່ານ Ahmed Aboul-Gheit ໄດ້ຖະແຫຼງວ່າ ສາຍພົວພັນໂດຍສັນຕິພາບເປັນປົກກະຕິ ແລະ ຮອບດ້ານລະຫວ່າງ ອິດສະຣາແອັນ ແລະ ອາຣັບ ພຽງແຕ່ສາມາດບັນລຸໄດ້ ຂະນະທີ່ຊາວ ປາແລັດສະຕິນຍາດໄດ້ເສລີພາບ ແລະ ເອກະລາດ. 

      ແຈ້ງການຂອງ  AL ໄດ້ຄັດຄຳເວົ້າຂອງທ່ານ Ahmed Aboul-Gheit ໂດຍຢືນຢັນວ່າ ພາລະກິດຂອງຊາວ ປາແລັດສະຕິນ ແມ່ນບັນຫາທີ່ເຫັນດີເຫັນພ້ອມຂອງທຸກໆປະເທດໃນ ອາຣັບ ແລະ ຢຸດຕິການຢຶດຄອງຂອງ ອິດສະຣາແອັນ ສຳລັບບັນດາເຂດດິນແດນ ປາແລັດສະຕິນ ແມ່ນເປົ້າໝາຍໃຈກາງຂອງທຸກໆປະເທດ ອາຣັບ. ທ່ານເນັ້ນໜັກວ່າ, ພື້ນຖານສັນຕິພາບຢ່າງແທ້ຈິງ, ຍາວນານ ແລະ ຮອບດ້ານ ແມ່ນການເລືອກເຟັ້ນຍຸດທະສາດສຳລັບບັນດາປະເທດ ອາຣັບ.

        ຄຳຖະແຫຼງຂອງທ່ານເລຂາທິການໃຫຍ່ ສະຫະພັນ ອາຣັບ ໄດ້ຖືກຍົກອອກມາບໍ່ເທົ່າໃດວັນ ພາຍຫຼັງທີ່ ສະຫະລັດ ອາຣັບ ເອມມີເລດ (UAE)  ແລະ ອິດສະຣາແອັນ ປະກາດສ້າງການພົວພັນເປັນປົກກະຕິໂດຍຜ່ານບົດບາດເປັນກາງຂອງ ອາເມລິກາ. ບາງປະເທດ ອາຣັບ ຊົມເຊີຍ ແຕ່ທາງຝ່າຍ ປາແລັດສະຕິນ ປະຕິເສດຕໍ່ຂໍ້ຕົກລົງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ