ສະຫະພັນບັນດານັກຂ່າວອາຊຽນເພີ່ມທະວີການຮ່ວມມື,ແບ່ງປັນຂໍ້ມູນຂ່າວສານ

ສະຫະພັນບັນດານັກຂ່າວອາຊຽນເພີ່ມທະວີການຮ່ວມມື,ແບ່ງປັນຂໍ້ມູນຂ່າວສານ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: congluan.vn)

(vovworld) –  ກອງ​ປະຊຸມ​ຂອງ​ກຸ່ມ​ເຄື່ອນ​ໄຫວ​ສະຫະພັນ​ບັນດາ​ນັກ​ຂ່າວອາ​ຊຽນ (CAJ) ຈັດ​ຕັ້ງ​ໃນ​ວັນ​ທີ 8/7, ຢູ່​ນະຄອນຫຼວງ ວຽງ​ຈັນ, ປະ​ເທດ​ລາວ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຜູ້​ແທນ​ທີ່​ມາ​ຈາກ 6 ປະ​ເທດສະມາຊິກ ອາ​ຊຽນ CAJ, ​ເພື່ອ​ແນ​ໃສ່​ປຶກສາ​ຫາລື ​ແລະ ພ້ອມ​ກັນ​ຕີ​ລາຄາ​ຄືນ​ການ​ປະຕິບັດ​ບັນດາ​ໂຄງການ​ທີ່ໄດ້​ວາງ​ອອກ, ກຳນົດ​ທິດ​ທາງ​ການ​ເຄື່ອນ​ໄຫວ​ໃນ​ໄລຍະ​ຈະ​ມາ​ເຖິງ​ຂອງ​ສະຫະພັນ. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ ​ໂຮ່ກວາງ​ເລີ້​ຍ, ຮອງ​ປະທານ​ສະມາຄົມ​ນັກ​ຂ່າວ ຫວຽດນາມ, ​ເລຂາທິການ​​ໃຫຍ່ CAJ, ນຳ​ໜ້າ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ທີ່​ການ​ປະຊຸມ, ບັນດາ​ຜູ້​ແທນ​ຖື​ວ່າ: ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ຕ້ອງ​ໄດ້​ຮັບ​ການ​ເປີດ​ກ້ວາງ​ໃນ​ຫຼາຍ​ດ້ານ, ພິ​ເສດ​ແມ່ນ​ການ​ຍູ້​ແຮງ​ການ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ເປັນ​ປະຈ​ຳ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ສະມາຊິກ​ໃນ​ເຄືອ​ຂ່າຍ​ສັງຄົມ Facebook. ຜ່ານ​ນັ້ນ, ດຶງ​ດູດ​ການ​​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກ​ຂ່າວ ອາ​ຊຽນ ​ແບ່ງປັນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຕົນ, ປະກອບສ່ວນ​ສ້າງ​ອິດ​ທິພົນ​ຊື່​ສຽງ​ຂອງ​ສະຫະພັນ​ໃນ​ປະຊາ​ຄົມ ອາ​ຊຽນ. ດ້ວຍ​ຖານະ​ເປັນ​ປະທານ CAJ ອາຍ​ຸການ 2015 – 2017, ສະມາຄົມ​ນັກ​ຂ່າວ ຫວຽດນາມ ສະ​ເໜີ​ຈັດ​ຕັ້ງ​ລາງວັນ​ສື່​ມວນ​ຊົນ​ສະຫງວນ​ໃຫ້​ແກ່ບັນ​ດາ​ນັກ​ຂ່າວ​​ເຊິ່ງ​ແມ່ນສະມາຊິກ CAJ ດ້ວຍ​ຫົວ​ຂໍ້​ວ່າ “ອາ​ຊຽນ - ປະຊາ​ຄົມ​ດຽວ”, ຄາດວ່າ​ຈະ​ຈັດ​ຕັ້ງ​ໃນ​ເດືອນ 12/2016.


ຂ່າວ/ບົດ​ອື່ນ