ສະຫະພັນບັນດາວິສາຫະກິດໃຫຍ່ພ້ອມກັບສະຫະປະຊາຊາດພັດທະນາແບບຍືນຍົງ

(VOVWORLD) -ວັນທີ 16 ຕຸລາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຈັດຕັ້ງກອງປະຊຸມຄັ້ງທຳອິດຂອງສະຫະພັນບັນດາວິສາຫະກິດ ໂດຍສະຫະປະຊາຊາດສະໜັບສະໜູນ ແນໃສ່ປຶກສາຫາລືບັນດາແຜນການລົງທຶນໃຫ້ແກ່ການພັດທະນາແບບຍືນຍົງ ຄາດຄະເນວ່າ ການຄິດໄລ່ຈະຂຶ້ນເຖິງຫລາຍພັນຕື້ USD.

 ດ້ວຍຊື່ເອີ້ນແມ່ນ “ບັນດານັກລົງທຶນທົ່ວໂລກເພື່ອການພັດທະນາແບບຍືນຍົງ”, ສະຫະພັນໃໝ່ນີ້ ລວມມີການນຳວິສາຫະກິດໃຫຍ່ 30 ຄົນ ຈະພ້ອມກັນລະດົມແຫຼ່ງກຳລັງ ຮັບໃຊ້ໃຫ້ແກ່ການພັດທະນາແບບຍືນຍົງ ດ້ວຍເປົ້າໝາຍຕົ້ນຕໍແມ່ນ ສົ່ງເສີມການລົງທຶນໃຫ້ແກ່ການພັດທະນາແບບຍືນຍົງ, ຍາວນານ.

ສະຫະພັນບັນດາວິສາຫະກິດໃຫຍ່ພ້ອມກັບສະຫະປະຊາຊາດພັດທະນາແບບຍືນຍົງ - ảnh 1 ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres (ພາບ: UN)

        ຄາດວ່າ: ສະຫະພັນນີ້ ຈະເຄື່ອນໄຫວໃນໄລຍະເວລາ 2 ປີ, ນັບແຕ່ເດືອນ ຕຸລາ 2019 ຫາເດືອນ ຕຸລາ 2021, ສຸມໃສ່ເຂົ້າໃນການຍົກອອກບັນດາມາດຕະການລົງທຶນພັດທະນາແບບຍືນຍົງຍາວນານ, ຊອກຫາບັນດາກາລະໂອກາດການລົງທຶນໃຫ້ແກ່ບັນດາປະເທດກຳລັງພັດທະນາ ແລະ ເພີ່ມທະວີແຫຼ່ງເງິນລົງທຶນພາກເອກະຊົນໃຫ້ແກ່ບັນດາໂຄງການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ