ສະ​ຫະພັນ​ບານ​ເຕະ​ອາ​ຊີ​ຕາ​ເວັນ​ອອກ​ສ່​ຽງ​ໃຕ້ (AFF) ຕ້ອງ ​ດັດປັບຕາ​ຕະ​ລາງ​ບັນ​ດາງານ​ແຂ່ງຂັນບານ​ເຕະ​ໃນ​ປີ 2020

(VOVWORLD) -ຕໍ່ໜ້າການຜັນແປຢ່າງສັບສົນຂອງໂລກລະບາດCovid– 19, ສະຫະພັນບານເຕະອາຊີຕາເວັນອອກສ່ຽງໃຕ້(AFF)ໄດ້ຕົກລົງໂຈະການຈັດຕັ້ງບາງງານແຂ່ງຂັນບານເຕະ ເຊິ່ງຄາດຄະເນວ່າຈະດຳເນີນໃນ 4 ເດືອນຈະມາເຖິງ. 

ງານແຂ່ງຂັນບານເຕະທີ່ໄດ້ໂຈະໄວ້ ລວມມີ: ງານແຂ່ງຂັນຊິງຊະນະເລີດບານເຕະຍິງອາຊີຕາເວັນອອກສ່ຽງໃຕ້ 2020 (ຄາດວ່າຈະດຳເນີນໃນເດືອນພຶດສະພາຢູ່ຟີລິບປິນ), ງານແຂ່ງຂັນຊິງຊະນະເລີດບານເຕະ ຍິງ U18 ອາຊີຕາເວັນອອກສ່ຽງໃຕ້, ງານແຂ່ງຂັນຊິງຊະນະເລີດບານເຕະເພດຊາຍ U16 ອາຊີຕາເວັນອອກສ່ຽງໃຕ້ ງານແຂ່ງຂັນຊິງຊະນະເລີດບານເຕະເພດຊາຍ U19 ອາຊີຕາເວັນອອກສ່ຽງໃຕ້ແລະ ມີອີກ 3 ງານແຂ່ງຂັນຕໍ່ໄປເຊິ່ງຄາດວ່າຈະຈັດຕັ້ງຢູ່ອິນໂດເນເຊຍໃນເດືອນມິຖຸນາ, ກໍລະກົດແລະສິງຫາ 2020 ກໍ່ໄດ້ໂຈະໄວ້ເຊັ່ນດຽວກັນ.

ຕາມຂໍ້ຕົກລົງຂອງ AFFແລ້ວ, ງານແຂ່ງຂັນຊິງຊະນະເລີດບານເຕະອາຊີຕາເວັນອອກສ່ຽງໃຕ້ (AFF Suzuki Cup) ຈະໄດ້ຮັກສາເວລາຈັດຕັ້ງຕາມແຜນການທີ່ໄດ້ວາງໄວ້ແມ່ນເດືອນພະຈິກປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ