ສະຫະພາບອາບຟລິກາ ຮຽກຮ້ອງຍົກເລີກຄຳສັ່ງຫ້າມເຄື່ອນໄຫວໄປ-ມາຍ້ອນພະຍາດ Ebola

ສະຫະພາບອາບຟລິກາ ຮຽກຮ້ອງຍົກເລີກຄຳສັ່ງຫ້າມເຄື່ອນໄຫວໄປ-ມາຍ້ອນພະຍາດ Ebola - ảnh 1
(ພາບປະກອບ: EPA)

(vovworld) – ​ໃນ​ກອງ​ປະຊຸມ​ດ່ວນ​ຈັດຂຶ້ນໃນວັນ​ທີ 08/09, ບັນດາ​ການ​ນຳ​ຂຶ້ນ​ກັບສະຫະພາບອາບຟລິ​ກາ (AU) ​ໄດ້​ຮຽກຮ້ອງ​ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ໄປ - ມາທີ່​ໄດ້​​ວາງອອກ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ພະຍາດ Ebola ​ແຜ່​ລາມ, ​ເຖິງ​ວ່າ​ອົງການ​ອະນາໄມ​ໂລກ (WHO) ​ໄດ​້ກ່າວ​ເຕືອນ​ວ່າ​ຈະ​ມີ​ຜູ້​ຕິດເຊື້ອ​ໄວຣັດນີ້​ຕື່ມ​ອີກນັບ​ພັນ​ຄົນ​ໃນ​ໄລຍະ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸ​ມ​ເຊິ່ງຈັດ​ຂຶ້ນ​ຢູ່​ນະຄອນຫຼວງ Addis Ababa ຂອງ Ethiopia, ​ປະທານ​ຄະນະ​ກຳມະການ AU, ທ່ານນາງ Nkosazana Dlamini Zuma ຖື​ວ່າ, ບັນດາ​ປະ​ເທດ​ສະມາຊິກ AU ຄວນ​ຍົກ​ເລີກທຸກໆຄ​ຳສັ່ງ​ຫ້າມເຄື່ອນໄຫວໄປ - ມາ ​ເພື່ອ​ເຊື່ອມ​ຕໍ່​ການ​ເຄື່ອນ​ໄຫວ​ດ້ານ​ເສດຖະກິດ, ​ແຕ່​ຍັງ​ຈັດ​ວາງ​ບັນດາ​ກົນ​ໄກ​ຕິດຕາມ​ກວດ​ກາ​ພະຍາດ​ຢ່າງ​ເໝາະ​ສົມ. ຕາມ​ການ​ກ່າວ​ເຕືອນ​ຂອງ​ວົງ​ການ​ຊ່ຽວຊານ ​ແລະ ບັນດາ​ບໍລິສັດ​ອັນ​ດັບຫ​ນຶ່ງແລ້ວ, ຄວາມ​ເສຍ​ຫາຍ​ທາງ​ດ້ານ​ເສດຖະກິດ​ຍ້ອນ​ຄຳ​ສັ່ງ​ຫ້າມ​ເຄື່ອນໄຫວ ໄປ - ​ມາ​ຢູ່​ບັນດາ​ປະ​ເທດ​ອາ​ຟລິ​ກາໃຕ້ ພວມ​ກໍ່​ຄວາມ​ຫຍຸ້ງຍາກ​ຕໍ່ທະວີບ​ນີ້ຕື່ມອີກ, ​ເຮັດ​​ໃຫ້ການ​ໜູນ​ຊ່ວຍ​ດ້ານ​ສາທາລະນະ​ສຸກໄປ​ເຖິງ​ເຂດ​ຕິດເຊື້ອ​ໄວຣັດ ຊັກ​ຊ້າ​ລົງ ​ແລະ ​ເຮັດ​​ໃຫ້​ວິ​ກິດ​ການ​ມະນຸດສະທຳ​ຮ້າຍ​ແຮງ​ຂຶ້ນ​​ຕື່ມ.

ຂ່າວ/ບົດ​ອື່ນ