ສະ​ຫະ​ພາບ​ເອີ​ຣົບ ໜູນ​ຊ່ວຍ ຫວຽດ​ນາມ ​ເປັນເງິນຈຳ​ນວນ 1,3 ລ້ານ​ເອີໂຣ ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ໄພ​ນ້ຳ​ຖ້ວມ

(VOVWORLD) -ສະຫະພາບເອີລົບ (ອີຢູ) ຈະສະໜອງບ້ວງເງິນໜູນຊ່ວຍມີມູນຄ່າ 1,3 ລ້ານເອີໂຣ ເພື່ອເປັນການຊ່ວຍເຫຼືອມະນຸດສະທຳດ່ວນໃຫ້ແກ່ບັນດາຄອບຄົວທີ່ຖືກຜົນສະທ້ອນຈາກໄພນ້ຳຖ້ວມທີ່ໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງຢູ່ບັນດາແຂວງເຂດພາກກາງ ຫວຽດນາມ. 
ສະ​ຫະ​ພາບ​ເອີ​ຣົບ ໜູນ​ຊ່ວຍ ຫວຽດ​ນາມ ​ເປັນເງິນຈຳ​ນວນ 1,3 ລ້ານ​ເອີໂຣ ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ໄພ​ນ້ຳ​ຖ້ວມ - ảnh 1ປະຊາຊົນແຂວງ ກວ໋າງບິງ ພວມໄປຮັບເຄື່ອງຊ່ວຍເຫຼືອ 

 ສະຫະພາບເອີລົບ (ອີຢູ) ຈະສະໜອງບ້ວງເງິນໜູນຊ່ວຍມີມູນຄ່າ 1,3 ລ້ານເອີໂຣ ເພື່ອເປັນການຊ່ວຍເຫຼືອມະນຸດສະທຳດ່ວນໃຫ້ແກ່ບັນດາຄອບຄົວທີ່ຖືກຜົນສະທ້ອນຈາກໄພນ້ຳຖ້ວມທີ່ໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງຢູ່ບັນດາແຂວງເຂດພາກກາງ ຫວຽດນາມ ນັບແຕ່ຕົ້ນເດືອນຕຸລາປີ 2020. ບ້ວງເງິນໜູນຊ່ວຍດັ່ງກ່າວ ຈະສຸມໃສ່ແກ້ໄຂບັນດາຄວາມຕ້ອງການຢ່າງຮີບດ່ວນຂອງຜູ້ຖືກຜົນສະທ້ອນຢູ່ບັນດາແຂວງຄື ກວ໋າງບິງ, ກວ໋າງຈິ ແລະ ເທື່ອທຽນ - ເຫວ້.


ຕອບກັບ

ຂ່າວ/ບົດ​ອື່ນ