ສະເຫຼີມສະລອງ 40 ປີແຫ່ງວັນສ້າງຕັ້ງ ການພົວພັນທາງການທູດ ຫວຽດນາມ-ອົດສະຕາລີ

ສະເຫຼີມສະລອງ 40 ປີແຫ່ງວັນສ້າງຕັ້ງ ການພົວພັນທາງການທູດ ຫວຽດນາມ-ອົດສະຕາລີ - ảnh 1

ຂົວ​ໝີ​ທ້ວນ​ໂດຍ​ອົດ​ສະ​ຕາ​ລີ​ອຸປະຖຳ​ກໍ່ສ້າງ

(ພາບ: mytour.vn)

(vovworld)- ​ວັນ​ທີ 27/3 ຄະນະ​ກຳມະການປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ແລະ ສະຫະພັນ​ບັນດາ​ອົງການ​ຈັດຕັງມິດຕະພາບນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ພິທີສະ​ເຫຼີ​ມສະ​ລອງ 40 ​ປີ​ແຫ່ງ​ວັນ​ສ້າງຕັ້ງການ​ພົວພັນ​ທາງ​ການ​ທູດ​ຫວຽດນາມ-​ອົດ​ສະ​ຕາ​ລີ (1973-2013). ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເຮືອງ​ອກທ້ວນ, ຮອງ​ປະທານຄະນະ​ກຳມະການປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ຊີ້​ແຈງ​ວ່າ: ອົດ​ສະ​ຕາ​ລີ​ ແມ່ນ​ຄູ່​ຮ່ວມ​ມື​ພັດທະນາ​ສຳຄັນ​ຂອງ​ຫວຽດນາມ ຂະນະ​ທີ່​ຍາມ​ໃດ​ກໍ່​ສະຫງວນ​ການ​ໃຫ້​ບຸລິມະ​ສິດ​ສູງ​ໃຫ້​ແກ່​ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ. ພ້ອມ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ, ການ​ພົວພັນ​ສອງ​ຝ່າຍ​ລະຫວ່າງນະຄອນ​ໂຮ່ຈິ​ມິນ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ຂອງ​ອົດ​ສະ​ຕາ​ລີ ກໍ່​ໄດ້​ຮັບ​ການ​ຍູ້​ແຮງ​ຢ່າງ​ບໍ່​ຢຸດ​ຢັ້ງ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ. ທ່ານ John McAnulty ຫົວໜ້າ​ກົງ​ສູນ​ອົດ​ສະ​ຕາ​ລີ ປະຈຳນະຄອນ​ໂຮ່ຈິ​ມິນ ​ເນັ້ນໜັກ​ວ່າ: ປະຈຸ​ບັນ, ຫວຽດນາມ ​ແມ່ນໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມືສຳຄັນ​ກ່ວາ​ໝູ່​ຂອງ​ອົດ​ສະ​ຕາ​ລີ​ໃນ​ພາກ​ພື້ນ.

 

 

 

 

 

 

ຂ່າວ/ບົດ​ອື່ນ