ສະເຫຼີມສະຫຼອງ 26 ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກອາຊຽນ

(VOVWORLD) -ວັນທີ 28 ກໍລະກົດ, ແມ່ນວັນສະເຫຼີມສະຫຼອງ 26 ປີ ຫວຽດນາມເຂົ້າເປັນສະມາຊິກອາຊຽນຢ່າງເປັນທາງການ(28/7/1995-28/7/2021).
ສະເຫຼີມສະຫຼອງ 26 ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກອາຊຽນ - ảnh 1ພາບປະກອບ

     ການເຂົ້າເປັນສະມາຊິກອາຊຽນ ແມ່ນບາດກ້າວບຸກທະລຸໃນວິວັດການພັດທະນາຂອງປະເທດຊາດ, ເປີດປະຕູ ມ້າງເພການປິດລ້ອມຂວ້ຳບາດ, ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ. ຫວຽດນາມໄດ້ຮັກສາບົດບາດເປັນເຈົ້າການ, ຕັ້ງໜ້າໃນອາຊຽນ. ຫວຽດນາມພ້ອມກັບບັນດາປະເທດສະມາຊິກ ສ້າງວິໄສທັດອາຊຽນທີ່ໃຫຍ່ກ່ວາ, ຍາວໄກກ່ວາ ແລະ ນຳອາຊຽນກາຍເປັນຄູ່ຮ່ວມມືທີ່ສຳຄັນ, ຂາດບໍ່ໄດ້ຂອງບັນດາປະເທດໃນໂລກ, ພິເສດແມ່ນບັນດາປະເທດໃຫຍ່ຄື ອາເມລິກາ, ລັດເຊຍ, ຈີນ, ຍີປຸ່ນ, ສະຫະພາບເອີລົບ ແລະ ອົດສະຕາລີ.

    ບົດບາດທີ່ນັບມື້ນັບສຳຄັນຂອງຫວຽດນາມໃນອາຊຽນແມ່ນທາດເລັ່ງປະກອບສ່ວນຍົກສູງຄຸນຄ່າຍຸດທະສາດຂອງຫວຽດນາມ, ເພີ່ມທະວີການພົວພັນ 2 ຝ່າຍຂອງຫວຽດນາມກັບບັນດາຄູ່ຮ່ວມມືນອກອາຊຽນ, ເປັນຕົ້ນແມ່ບັນດາປະເທດໃຫຍ່. ທ່ານອະດີດຮອງນາຍົກລັດຖະມົນຕີ ວູ້ຄວານ ຕີລາຄາວ່າ :

       “ ຫວນຄືນ 2 ທົດສະວັດທີ່ຜ່ານມາ, ອາດເວົ້າໄດ້ວ່າ ເລື່ອງເຂົ້າເປັນສະມາຊິກ ອາຊຽນຂອງພວກເຮົາ ແມ່ນລັດຖະນະໂຍບາຍອັນຖືກຕ້ອງ, ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ຫວຽດນາມ. ພ້ອມກັບອາຊຽນ ພວກເຮົາ ມີຖານະບົດບາດໃຫຍ່ຢ່າງບໍ່ເຄີຍມີມາ. ພ້ອມກັບອາຊຽນ ພວກເຮົາໄດ້ເຂົ້າຮ່ວມບັນດາອົງການສາກົນທີ່ສຳຄັນ ພ້ອມກັບບັນດາປະເທດໃຫຍ່ໃນໂລກ”

ຕອບກັບ

ຂ່າວ/ບົດ​ອື່ນ