ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ໂຮນລັງ

ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ໂຮນລັງ - ảnh 1
ພາບປະກອບ

(vovworld) – ພິທີ​​ໂຮມ​ຊຸມນຸມ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ​ໂຮ​ນລັງ (9/4/1973 – 9/4/2013)  ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 24/4, ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ Joop Cheffers, ເອກ​ອັກຄະ​ລັດຖະທູດ ລາຊະ​ອານາຈັກ ​ໂຮ​ນລັງ ປະຈຳ ຫວຽດນາມ ​ເນັ້ນ​ໜັກ​ວ່າ: ດ້ວຍ​ຫຼາຍ​ຈຸດ​ທີ່​ຄ້າຍ​ຄື​ກັນທາງ​ດ້ານ​ພູມ​ມີ​ປະ​ເທດ ​ແລະ ​ແມ່ນ​ບັນດາ​ປະ​ເທດ​ຕິດ​ກັບ​ທະ​​ເລ, ມີ​ພື້ນຖານ​ເສດຖະກິດ​ກະສິກຳ, 2 ປະ​ເທດ​ມີ​ເງື່ອນ​ໄຂ​ສະດວກ​ຫຼາຍ​ຢ່າງ​ເພື່ອ​ນຳ​ການ​ພົວພັນ​ຮ່ວມ​ມື​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ມີ​ຄວາມ​ສະດວກ​ໃນ​ການພັດທະນາ​ຢູ່​ຫຼາຍ​ຂົງ​ເຂດ. ທ່ານ ເອກ​ອັກຄະ​ລັດຖະທູດ Joop Cheffers ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ທ່າ​ການພັດ​ທະ​ນາມີ​ຄວາມ​ສະດວກພ້ອມ​ກັບ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ຕະຫຼອດ 40 ປີຜ່ານມາ, ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ - ​ໂຮ​ນລັງ ຈະ​ມີ​ບັນດາ​ບາດກ້າວ​ພັດທະນາ​ໃໝ່ຢ່າງ​ແນ່ນ​ອນ, ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດຂອງ 2 ຊາດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື​ ​ແລະ ພັດທະນາ.

ຂ່າວ/ບົດ​ອື່ນ