ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສະມາຄົມທະນາຍຄວາມຫວຽດນາມ

ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສະມາຄົມທະນາຍຄວາມຫວຽດນາມ - ảnh 1
(ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນ
ສ້າງຕັ້ງສະມາຄົມທະນາຍຄວາມຫວຽດນາມ)


(vovworld) – 60 ປີຜ່ານມາ, ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ, ທະນາຍຄວາມ​ລຸ້ນຕ່າງໆ​ໄດ້​ສູ້​ຊົນ, ຫຼໍ່​ຫຼອມ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ​ເຕີບ​ໃຫຍ່​ພ້ອມ​ກັບ​ການ​ພັດທະນາ​ຂອງ​ປະ​ເທດ. ນັບ​ແຕ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ມາ​ຮອດ​ປະຈຸ​ບັນ, ສະມາຄົມ​ທະນາຍຄວາມ​ຫວຽດນາມ ​ໄດ້​ຜ່ານ​ກອງ​ປະຊຸມ​ໃຫຍ່ 12 ຄັ້ງ, ອົງການຈັດ​ຕັ້ງ​ສະມາຄົມ​ໄດ້​ມີໜ້າ​ຢູ່ 63 ​ແຂວງ, ນະຄອນ. ມາ​ຮອດ​ປະຈຸ​ບັນ​ສະມາຄົມ​ມີ​ສະມາຊິກ 46.000 ກວ່າ​ຄົນ​ທີ່​ພວມ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ກົດໝາຍ. ດ້ວຍ​ທິດ​ນຳ​ທີ່​ວ່າ “ສາມັກຄີ, ປະຊາທິປະ​ໄຕ, ມີ​ຫົວຄິດ​ປະດິດ​ສ້າງ, ​ແລະ ພັດທະນາ“, ສະມາຄົມ​ທຸກ​ຂັ້ນ ​ແລະ​ ສະມາຊິກ​ ສະມາຄົມ​ທະນາຍຄວາມ​ຫວຽດນາມ ​ໄດ້​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ, ມີ​ກນປະກອບສ່ວນ​ຢ່າງ​ເໝາະ​ສົມ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ກ່າວ​ຄວາມ​ເຫັນ​ໃນ​ພິທີ ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະມາຄົມ​ທະນາຍຄວາມ​ຫວຽດນາມ, ​ເຊິ່ງດຳ​ເນີນ​ຢູ່​ຮ່າ​ໂນ້ຍ, ​ໃນ​ຕອນ​ເຊົ້າ​ວັນ​ທີ 4/4, ຜູ້​ປະຈຳການ​ຄະນະ​ເລຂາສູນ​ກາງ​ພັກ ​ເລ​ຮົ່ງ​ແອ​ງ ຕີ​ລາຄາສູງ​ບັນດາ​ຜົນງານ​ເຊິ່ງ ສະມາຄົມ​ທະນາຍຄວາມ​ຫວຽດນາມ ບັນລຸ​ໄດ້​ໃນ 60 ປີຜ່ານມາ, ພ້ອມ​ທັງ​ສະ​ເໜີ​ວ່າ ສະມາຄົມ​ທະນາຍຄວາມ​ຫວຽດນາມ ຄວນ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຂອງ​ຕົນ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ແທດ​ຈິງ, ລະອຽດ​ຫຼາຍ​ຢ່າງ ​ເພື່ອ​ກໍ່ສ້າ​ງສະມາຄົມ​ໃຫ້​ພັດທະນາ​ຢ່າງຮອບດ້ານ, ສະມາຊິກ​ແຕ່ລະຄົນ​ຕ້ອງ​ແມ່ນ​ພົນລະ​ເມືອງ​ທີ່​ເປັນ​ແບບຢ່າງ, ກ້າຫານ​ໃນ​ການ​ຕໍ່ສູ້​ປົກ​ປ້ອງ​ຄວາມ​ຍຸດຕິ​ທຳ, ປະກອບສ່ວນ​ຢ່າງ​ເໝາະ​ສົມ​ເຂົ້າ​ໃນ​ການ​ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ​ຫວຽດນາມ.

ຂ່າວ/ບົດ​ອື່ນ