ສະເຫຼີມສະຫຼອງ 63 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ຈີນ

ສະເຫຼີມສະຫຼອງ 63 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ຈີນ - ảnh 1
ພາບປະກອບ

(vovworld) - ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ຈີນ ສົມທົບ​ກັນ​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນສະ​ເຫຼີ​ມສະຫຼອງ 63 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ - ຈີນ (18/01/1950 – 18/01/2013) ​ແລະ ຕ້ອນຮັບ​ປີ​ໃໝ່​ ປີມະ​ເສ​ງ ​ເມື່ອ​ຕອນ​ຄຳ່​ວັນ​ທີ 25/01 ຢູ່ນະຄອນ ​ໂຮ່ຈີ​ມິນ. ​ໃນ​ກ່ວາ 20 ປີຜ່ານມາ, ກາ​ນພົວພັນ​ມິດຕະພາບ, ຮ່ວມ​ມື ລະຫວ່າງສະຫະພັນ​ບັນດາ​ອົງການ​ມິດຕະພາບ, ສະມາຄົມ​ມິດຕະພາບ ຫວຽດນາມ - ຈີນ ນະຄອນ ​ໂຮ່ຈີ​ມິນ ​ແລະ ສະຖານກົງສູນ​ໃຫຍ່ ຈີນ ປະຈຳ ນະຄອນ ​ໂຮ່ຈີ​ມິນ ພັດທະນາ​ຢ່າງ​ດີ​ງາມ, ປະກອບສ່ວນ​ເພີ່ມທະວີ​ຄວາມ​ສະໜິດ​ຕິດ​ພັນ​ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ຈີນ, ​ເພີ່ມ​ທະວີ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ປະຊາຊົນ 2 ປະ​ເທດ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ ຈົວ​ໄຫຼ​ໝຽງ, ຫົວໜ້າ​ສະຖານກົງສູນ​ໃຫຍ່ ຈີນ ປະຈຳ ນະຄອນ ​ໂຮ່ຈີ​ມິນ ຊີ້​ແຈ້ງວ່າ:

“ບົດຮຽນ​ປະຫວັດສາດ​​ໄດ້ໃຫ້​ເຫັນ​ວ່າ ຈີນ - ຫວຽດນາມ ສາມັກຄີ, ມິດຕະພາບ​ແມ່ນ​ແທດເໝາະ​​ກັບ​ຜົນ​ປະ​ໂຫຍ​ດພື້ນຖານ​ຂອງ​ປະຊາຊົນ 2 ປະ​ເທດ. ຂ​້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ພວກ​ເຮົາ​ລ້ວນ​ແຕ່ພິຈາລະນາອະນາຄົດ​ຂອງ​ການ​ພົວພັນ​ຈີນ - ຫວຽດນາມ, ທີ່​ເລີ່​ມມາ​ຈາກ​ຄວາມຜາສຸກ​ຂອງ​ປະຊາຊົນ 2 ປະ​ເທດ, ພ້ອມ​ກັນ​ມານ​ພະຍາຍາມ​ສ້າງສາຍ​ພົວພັນ​ມິດຕະພາບ ຈີນ - ຫວຽດນາມ ​ໃຫ້​ໜັ້ນຄົງ​ຕະຫຼອດ​ໄປ”


ຂ່າວ/ບົດ​ອື່ນ