ສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອກົມໃຫຍ່ສືບລາຊະການລັບປ້ອງກັນຊາດ

(VOVWORLD) - ໃນຕະຫລອດ 75 ປີຜ່ານມາ, ກົມໃຫຍ່ສືບລາຊະການລັບປ້ອງກັນຊາດ ໄດ້ປະຕິບັດສຳເລັດໜ້າທີ່ຄວາມຮັບຜິດຊອບສຳຄັນຂອງອົງການສືບລາຊະການລັບຍຸດທະສາດຂອງພັກ, ລັດ, ອົງການສືບລາຊະການລັບສະເພາະຂະແໜງຂອງຄະນະພັກການທະຫານສູນກາງ ແລະ ກະຊວງປ້ອງກັນປະເທດ. 
ສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອກົມໃຫຍ່ສືບລາຊະການລັບປ້ອງກັນຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

  ວັນທີ 23 ຕຸລາ, ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີຮັບຫຼຽນໄຊປົກປັກຮັກສາປະເທດຊາດຊັ້ນໜຶ່ງ ແລະ ສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອກົມໃຫຍ່ສືບລາຊະການລັບປ້ອງກັນຊາດ - ກະຊວງປ້ອງກັນປະເທດ ຫວຽດນາມ (25/10/1945 – 25/10/2020), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ໃນຕະຫລອດ 75 ປີຜ່ານມາ, ກົມໃຫຍ່ສືບລາຊະການລັບປ້ອງກັນຊາດ ໄດ້ປະຕິບັດສຳເລັດໜ້າທີ່ຄວາມຮັບຜິດຊອບສຳຄັນຂອງອົງການສືບລາຊະການລັບຍຸດທະສາດຂອງພັກ, ລັດ, ອົງການສືບລາຊະການລັບສະເພາະຂະແໜງຂອງຄະນະພັກການທະຫານສູນກາງ ແລະ ກະຊວງປ້ອງກັນປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຊື່ອໝັ້ນວ່າ ດ້ວຍປະຫວັດຄວາມເປັນມາ, ມູນເຊື້ອອັນສະຫງ່າລາສີໃນ 75 ປີຜ່ານມາ, ພ້ອມກັບຄວາມສາມາດບົ່ມຊ້ອນ ແລະ ທ່າແຮງພວມມີຢູ່ແລ້ວ, ຫົມໃຫຍ່ສືບລາຊະການລັບປ້ອງກັນຊາດ ຈະນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ປະຕິບັດທຸກໜ້າທີ່ໄດ້ຮັບມອບໝາຍໃຫ້ສຳເລັດຜົນ, ຍາມໃດກໍ່ແມ່ນກຳລັງສຳຄັນ, ໄດ້ຮັບຄວາມໄວ້ເນື້ຶ້ອເຊື່ອໃຈເປັນພິເສດ, ສົມກັບຄວາມເຊື່ອໝັ້ນ, ຄວາມຮັກແພງຂອງພັກ, ລັດ, ກອງທັບ ແລະ ປະຊາຊົນຕະຫລອດໄປ.

ຕອບກັບ

ຂ່າວ/ບົດ​ອື່ນ