ສະເຫຼີມສະຫຼອງ 76 ປີແຫ່ງວັນສ້າງຕັ້ງ VOV (07 ກັນຍາ 1945 - 07 ກັນຍາ 2021)

(VOVWORLD) -VOV ພວມສ້າງຍຸດທະສາດເພື່ອຍົກສູງທີ່ຕັ້ງ, ເຄື່ອງໝາຍການຄ້າ, ກ້າວໄປເຖິງໃຫ້ກາຍເປັນໜຶ່ງໃນບັນດາວິທະຍຸແຖວໜ້າຢູ່ພາກພື້ນ.
ສະເຫຼີມສະຫຼອງ 76 ປີແຫ່ງວັນສ້າງຕັ້ງ VOV (07 ກັນຍາ 1945 - 07 ກັນຍາ 2021) - ảnh 1(ທ່ານຜູ້ອຳນວຍການໃຫຍ່ VOV ໂດ້ຕຽນຊີ້)

ວັນທີ 07 ກັນຍາ, ແມ່ນວັນສະເຫຼີມສະຫຼອງ 76 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງຫວຽດນາມ (VOV). ພາຍຫຼັງປະທານ ໂຮ່ຈີມິນ ອ່ານບົດຖະແຫຼງປະກາດເອກະລາດກັບປະຊາຊົນທຸກຖ້ວນໜ້າ ແລະ ໂລກກ່ຽວກັບການສະຖາປະນາປະເທດສາທາລະນະລັດປະຊາທິປະໄຕຫວຽດນາມ, ໃນເວລາ 11 ໂມງ 30 ນາທີຂອງວັນທີ 07 ກັນຍາ 1945, VOV ໄດ້ເລີ່ມອອກອາກາດລາຍການທຳອິດ. 76 ປີຜ່ານມາ, VOV ໄດ້ກາຍເປັນ “ກະຈາຍສຽງຂອງປະເທດຊາດ”, ຂອງເອກະລາດ, ເສລີພາບ, ແມ່ນກະບອກສຽງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ, ເປັນເພື່ອນທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງເພື່ອນມິດສາກົນ.

        ທ່ານຜູ້ອຳນວຍການໃຫຍ່ VOV ໂດ້ຕຽນຊີ້ ເນັ້ນໜັກວ່າ: VOV ພວມສ້າງຍຸດທະສາດເພື່ອຍົກສູງທີ່ຕັ້ງ, ເຄື່ອງໝາຍການຄ້າ, ກ້າວໄປເຖິງໃຫ້ກາຍເປັນໜຶ່ງໃນບັນດາວິທະຍຸແຖວໜ້າຢູ່ພາກພື້ນ.

        “ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປິແຫ່ງວັນສ້າງຕັ້ງ VOV, ພວກຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍນ້ຳໃຈອາລົມຈິດທີ່ໃຫຍ່ຫຼວງຂອງຖັນແຖວການນຳວິທະຍຸ ແລະ ພະນັກງານໝົດທຸກຄົນ, ນັ້ນແມ່ນຄວາມຮູ້ບຸນຄຸນຕໍ່ການນຳລຸ້ນຕ່າງໆ, ພະນັກງານ, ນັກຂ່າວ, ນັກສິລະປິນ, ນັກເຕັກນິກ, ໄດ້ສ້າງຂອບຂະໜາດໃຫຍ່ຂອງ VOV ເພື່ອໃຫ້ປະຈຸບັນນີ້, ພວກເຮົາມີຄວາມເອກອ້າງທະນົງໃຈກ່ຽວກັບມູນເຊື້ອອັນສະຫງ່າລາສີຂອງ VOV ໃນໄລຍະ 76 ປີຜ່ານມາ. ໃນສະພາບທົ່ວປະເທດພວມຮ່ວມແຮງຮ່ວມໃຈປ້ອງກັນ ຕ້ານໂລກລະບາດຄືໃນປະຈຸບັນ, ໜ້າທີ່ຂອງພວກຂ້າພະເຈົ້າພ້ອມກັບພັກ, ລັດ ແລະ ປະຊາຊົນ ຍູ້ໂລກລະບາດໃຫ້ຖອຍໄປ, ຟື້ນຟູການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ນຳປະເທດກັບຄືນສູ່ສະພາບເປັນປົກກະຕິໃໝ່ໂດຍໄວ”.

ຕອບກັບ

ຂ່າວ/ບົດ​ອື່ນ