ສະເຫຼີມສະຫຼອງ23ປີແຫ່ງວັນຊາດສ.Slovakia

ສະເຫຼີມສະຫຼອງ23ປີແຫ່ງວັນຊາດສ.Slovakia - ảnh 1
ພິທີ​ສະ​ເຫຼີ​ມສະຫຼອງ 23 ປິ​ແຫ່ງ​ວັນຊາດ​ສ.Slovakia
(ພາບ: hochiminhcity.gov.vn)


(vovworld) – ວັນ​ທີ 05/09, ສະຫະພັນ​ບັນ​ດາ​ອົງການ​ມິດຕະພາບ, ສະມາຄົມ​ມິດຕະພາບ​ຫວຽດນາມ - Slovakia ນະຄອນ​​ໂຮ່ຈິ​ມິນ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 23 ປິ​ແຫ່ງ​ວັນຊາດ​ສ.Slovakia (01/09/1992 – 01/09/2015). ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ບຸຍກວາງ​ຫາຍ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - Slovakia ນະຄອນ​​ໂຮ່ຈິນມິນ ​ໃຫ​້ຮູ້​ວ່າ, ສ.Slovakia ​​​​ແມ່ນ​ສະຖານທິ່ບຳລຸງ​ສ້າງ​ພະນັກງານ​ວິທະຍາສາດ​​ຫວຽດນາມນັບ​ໝື່ນ​ຄົນ ໃນ​ຫຼາຍ​ຂົງ​ເຂດ​ຄື​: ​ເສດຖະກິດ, ​ເຕັກ​ນິກ, ພິ​ເສດ​ແມ່ນ​ຂະ​ແໜງ​ກົນ​ຈັກ, ອຸດ​ສາ​ຫະກຳ​ເບົ່າ. ປະຈຸ​ບັນ, ມີຫຼາຍ​ຄົນ​​ໄດ້​ດຳລົງ​ຕໍ່າ​ແໜ່​ງສຳຄັນ​ໃນ​ກົງ​ຈັກ​ຂອງ​ພັກ, ລັດ ​ແລະ ລັດຖະບານ​ຫວຽດນາມ. ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພ​​້ອມກັບ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ, ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ສືບ​ຕໍ່​ມານະ​ພະຍາຍາມ, ປະກອບສ່ວນ​ນຳ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງປະຊາຊົນ 2 ປະ​ເທດ ​ໃຫ້​ນັບ​ມື້​ນັບ​ພັດທະນາ, ປະກອບ​ສ່ວນ​ຊຸກ​ຍູ​​້ບັນດາ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ໃຫ້​ບັນລຸ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ