ສະເຫລີມສະຫລອງ40ປິແຫ່ງວັນຈັດຕັ້ງງານມະໂຫລານຊາວຫນຸ່ມ, ນັກສຶກສາໂລກຄັ້ງທີ 11 ຢູ່ ກູບາ

(VOVWORLD) -ວັນທີ 11 ສິງຫາ ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ກູບາ ໄດ້ສົມທົບກັບຫົວຫນ່ວຍກ່ຽວຂ້ອງ ຈັດຕັ້ງພິທີສະເຫລີມສະຫລອງ 40 ປີແຫ່ງວັນຈັດຕັ້ງງານມະໂຫລານຊາວຫນຸ່ມ, ນັກສຶກສາໂລກຄັ້ງທີ 11 ຢູ່ ກູບາ (1978-2018).
ສະເຫລີມສະຫລອງ40ປິແຫ່ງວັນຈັດຕັ້ງງານມະໂຫລານຊາວຫນຸ່ມ, ນັກສຶກສາໂລກຄັ້ງທີ 11 ຢູ່ ກູບາ - ảnh 1ທ່ານ ເຈືອງທິມາຍ ຫົວຫນ້າຄະນະຂົນຂວາຍປະຊາຊົນສູນກາງ ແລະ ຜູ້ແທນເຂົ້າຮ່ວມພິທີມອບເງິນອຸປະຖຳ

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານ ເຈືອງທິມາຍ ຫົວຫນ້າຄະນະຂົນຂວາຍປະຊາຊົນສູນກາງ, ປະທານສະມາຄົມມິດຕະພາບຫວຽດນາມ - ກູບາ ເນັ້ນຫນັກວ່າ ປີ 2018 ແມ່ນປີມີຫລາຍເຫດການສຳຄັນໃນການປັບປຸງ, ຮັດແຫນ້ນການພົວພັນມິດຕະພາບລະຫວ່າງຫວຽດນາມ ແລະ ກູບາ, ບັນດາກະຊວງ ຂະແຫນງການຂອງສອງປະເທດຄວນປະຕິບັດ, ຍູ້ແຮງບັນດາການເຄື່ອນໄຫວແລກປ່ຽນຄະນະເປັນຢ່າງດີ, ຈັດຕັ້ງບັນດາລາຍການພົວພັນແລກປ່ຽນວັດທະນະທຳ, ປະກອບສ່ວນຮັດແຫນ້ນນ້ຳໃຈສາມັກຄີ, ສາຍພົວພັນສະຫນິດຕິດພັນລະຫວ່າງປະຊາຊົນ,ຊາວຫນຸ່ມຫວຽດນາມ - ກູບາ. ນະພິທີ, ທ່ານນາງ ເຈືອງທິມາຍ ໄດ້ມອບບ້ວງເງິນອຸປະຖຳ 50.000 USD ໂດຍຄະນະອະດີດຊາວຫນຸ່ມຫວຽດນາມເຂົ້າຮ່ວມງານມະໂຫລານຊາວຫນຸ່ມ, ນັກສຶກສາໂລກຄັ້ງທີ 11 ຢູ່ ກູບາ ມອບໃຫ້ໂຮງຮຽນປະຖົມ “ລຸງໂຮ່” ຢູ່ ກູບາ.

ຕອບກັບ

ຂ່າວ/ບົດ​ອື່ນ