ສະເໜີຊຸດປຶ້ມສະເຫຼີມ ສະຫຼອງ 60 ປີແຫ່ງ ໄຊຊະນະດ້ຽນບຽນຝູ
(ພາບ: baomoi.com/)
(vovworld)- ຊຸດປື້ມສະເຫຼີມສະຫຼອງ 60 ປີແຫ່ງໄຊຊະນະດ້ຽນບຽນຝູ
ໂດຍໂຮງພິມກອງທັບ ປຊຊ ຫວຽດນາມ ພິມຈຳໜ່າຍດ້ວຍຄວາມປາດຖະໜາຢາກນຳມາເຊິ່ງບັນດາທິດສຳພັດແຕກຕ່າງກັນກ່ຽວກັບບັ້ນຮົບດ້ຽນບຽນຝູ (1954) ໃຫ້ແກ່ຜູ້ອ່ານ, ຜ່ານນັ້ນ, ປະກອບສ່ວນສຶກສາອົບຮົມ ແລະ ເສີມຂະຫຍາຍມູນເຊື້ອວິລະຊົນຂອງຊາດຫວຽດນາມ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ຊຸດປຶ້ມ ສະເຫຼີມສະຫຼອງ 60 ປີແຫ່ງໄຊຊະນະດ້ຽນບຽນຝູ ລວມມີ 15 ເຫຼັ້ມຊື່ງ ລວມມີບັນດາເນື້ອໃນສະເພາະຄື: “ບັ້ນຮົບດ້ຽນບຽນຝູ-ຄວາມຊົງຈຳ 60 ປີ“; “ທ່ານພົນເອກຫວໍ້ງວຽນຢາບກັບບັ້ນຮົບດ້ຽນບຽນຝູ“ “ດ້ຽນບຽນຝູແຫ່ງມະຫັດສະຈັນໃນປະຫວັດສາດ“….ທີ່ພິທີສະເໜີຊຸດປຶ້ມໃນຕອນເຊົ້າວັນທີ 8/4 ຢູ່ຮ່າໂນ້ຍ, ທ່ານພັນເອກ ຮ່ວາງເລິມ, ຜູ້ປະພັນປຶ້ມ “ດ້ຽນບຽນຝູແຫ່ງມະຫັດສະຈັນໃນປະຫວັດສາດ“ ໃຫ້ຮູ້ວ່າ:
“ປຶ້ມຂອງຂ້າພະເຈົ້າຂຽນແມ່ນວຽກງານນ້ອຍແຕ່ແທດຈິງ, ປະກອບສ່ວນເຂົ້າໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງໄຊຊະນະດ້ຽນບຽນຝູ. ຂ້າພະເຈົ້າຄິດວ່າ, ນັ້ນແມ່ນການສະແດງໃຫ້ເຫັນອາລົມຈິດຄວາມຮັກແພງຂອງຂ້າພະເຈົ້າທີ່ມີຕໍ່ຜູ້ທີ່ໄດ້ເສຍສະຫຼະຊີວິດຢູ່ດ້ຽນບຽນຝູ“./.