ສະໂມສອນແມ່ຍິງ ອາຊຽນ ປະຈໍາ ມາເລເຊຍ ຍູ້ແຮງການເຄື່ອນໄຫວການກຸສົນ

(VOVWORLD) -ທ່ານນາງ ຟ້າມທິຮົ່ງລຽນ, ພັນລະຍາຂອງທ່ານ ເລກຸ໊ຍກວ່ິງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ມາເລເຊຍ ປະທານສະໂມສອນແມ່ຍິງ ອາຊຽນ (ALC), ໄດ້ນໍາໜ້າຄະນະຜູ້ແທນ ALC ໄປມອບຂອງຂວັນໃຫ້ແກ່ເດັກກໍາພ້າ ແລະ ຄົນພິການທີ່ພວມໄດ້ຮັບການເບິ່ງແຍງດູແລຢູ່ສູນ The Pusat. 
ສະໂມສອນແມ່ຍິງ ອາຊຽນ ປະຈໍາ ມາເລເຊຍ ຍູ້ແຮງການເຄື່ອນໄຫວການກຸສົນ - ảnh 1ທ່ານນາງ ຟ້າມທິຮົ່ງລຽນ ປະທານສະໂມສອນແມ່ຍິງ ອາຊຽນມອບຂອງຂວັນໃຫ້ແກ່ເດັກກໍາພ້າ ແລະ ຄົນພິການທີ່ພວມໄດ້ຮັບການເບິ່ງແຍງດູແລຢູ່ສູນ The Pusat (ພາບ: baotintuc.vn)

ຕອນບ່າຍວັນທີ 24 ກັນຍາ, ທ່ານນາງ ຟ້າມທິຮົ່ງລຽນ, ພັນລະຍາຂອງທ່ານ ເລກຸ໊ຍກວ່ິງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ມາເລເຊຍ ປະທານສະໂມສອນແມ່ຍິງ ອາຊຽນ (ALC), ໄດ້ນໍາໜ້າຄະນະຜູ້ແທນ ALC ໄປມອບຂອງຂວັນໃຫ້ແກ່ເດັກກໍາພ້າ ແລະ ຄົນພິການທີ່ພວມໄດ້ຮັບການເບິ່ງແຍງດູແລຢູ່ສູນ The Pusat. ນອກຈາກ, ສະບຽງອາຫານແລ້ວ ຍັງມີເຄື່ອງໃຊ້ສອຍທີ່ຈໍາເປັນສໍາລັບເດັກກໍາພ້າ ແລະ ຄົນພິການ ກໍ່ໄດ້ຮັບການບໍລິຈາກ ຈາກບັນດາຜູ້ໃຈບຸນໃຈກຸສົນໃນປະຊາຄົມ ອາຊຽນ ຢູ່ ມາເລເຊຍ ດ້ວຍສານທີ່ວ່າ “ມີນໍ້າໃຈອັນດຽວ”. ທ່ານນາງ ຟ້າມທິຮົ່ງລຽນ ໃຫ້ຮູ້ວ່າ ໃນປີຫວຽດນາມ ເປັນປະທານ ອາຊຽນ, ສະໂມສອນ ALC ຈະພະຍາຍາມຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງຕື່ມອີກ ບໍ່ພຽງແຕ່ເພີ່ມທະວີຄວາມຜູກພັນລະຫວ່າງບັນດາສະມາຊິກນໍາກັນເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນການເຄື່ອນໄຫວການກຸສົນຢູ່ປະເທດປະຈໍາຖິ່ນອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ