ສ້າງກົນໄກນະໂຍບາຍໜູນຊ່ວຍຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໃຫ້ດີກ່ວາ

(VOVWORLD) - ຈັດຕັ້ງກອງປະຊຸມສຳມະນາປະກອບຄຳເຫັນໃສ່ຮ່າງມະຕິແທນໃຫ້ມະຕິເລກທີ 09 ປີ 2013, ສະບັບອອກວັນທີ 11 ມັງກອນ 2013 ຂອງລັດຖະບານ
ສ້າງກົນໄກນະໂຍບາຍໜູນຊ່ວຍຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໃຫ້ດີກ່ວາ - ảnh 1 ກອງປະຊຸມສຳມະນາປະກອບຄຳເຫັນໃສ່ຮ່າງມະຕິແທນໃຫ້ມະຕິເລກທີ 09 ປີ 2013 (ພາບ: TTXVN)

  ວັນທີ 15 ຕຸລາ, ທີ່ຮ່າໂນ້ຍ, ກົມປ້ອງກັນ ຕ້ານໄພສັງຄົມ (ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ) ໄດ້ສົມທົບກັບອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ແລະ ອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ຈັດຕັ້ງກອງປະຊຸມສຳມະນາປະກອບຄຳເຫັນໃສ່ຮ່າງມະຕິແທນໃຫ້ມະຕິເລກທີ 09 ປີ 2013, ສະບັບອອກວັນທີ 11 ມັງກອນ 2013 ຂອງລັດຖະບານ ກ່ຽວກັບການກຳນົດຢ່າງລະອຽດກ່ຽວກັບການປະຕິບັດບາງມາດຕາຂອງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດ. ທ່ານນາງ ຫງວຽນຖູ່ຍເຢືອງ, ຮອງຫົວໜ້າກົມປ້ອງກັນ, ຕ້ານໄພສັງຄົມ (ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ) ໃຫ້ຮູ້ວ່າ:

        “ປັບປຸງມະຕິໃນຄັ້ງນີ້ ແມ່ນແນໃສ່ແກ້ໄຂບັນດາສິ່ງຈຳກັດ, ບົກຜ່ອງກັນຂອງມະຕິເລກທີ 09, ແນະນຳກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດ. ສ້າງກົນໄກນະໂຍບາຍເພື່ອໜູນຊ່ວຍຢ່າງຮອບດ້ານໃຫ້ສຳເລັດ ແລະ ໜູນຊ່ວຍຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໄດ້ເປັນຢ່າງດີກ່ວາ. ລະດົມການເຂົ້າຮ່ວມຂອງບັນດາອົງການຈັດຕັ້ງ, ບຸກຄົນປະຕິບັດການໜູນຊ່ວຍຜູ້ຖືກເຄາະຮ້າຍ, ແນໃສ່ຮັບປະກັນໃຫ້ດີກ່ວາ ເພື່ອໃຫ້ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໄດ້ຮັບການໜູນຊ່ວຍທີ່ຈຳເປັນ ແລະ ສາມາດເຊື່ອມຕົວເຂົ້າກັບວົງຄະນະຍາດຄືນໃໝ່ແບບຍືນຍົງ”.

        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ຖືວ່າ: ການຄ້າມະນຸດ ແມ່ນໜຶ່ງໃນບັນດາໂທດກຳລ່ວງລະເມີດສິດທິມະນຸດຢ່າງຮ້າຍແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ