ສ້າງກົນໄກເພື່ອໃຫ້ຊາວໜຸ້ມເສີມຂະຫຍາຍພູມປັນຍາປະກອບສ່ວນໃຫ້ແກ່ນະຄອນຫຼວງຮ່າໂນ້ຍ

(VOVWORLD) -ສະມາຊິກຊາວໜຸ່ມ, ໄວໜຸ່ມນະຄອນຫຼວງ ຍາມໃດກໍ່ແມ່ນກຳລັງປະຈັນບານ, ແກ່ນສານໃນການປະຕິບັດໜ້າທີ່ການເມືອງຂອງນະຄອນ
ສ້າງກົນໄກເພື່ອໃຫ້ຊາວໜຸ້ມເສີມຂະຫຍາຍພູມປັນຍາປະກອບສ່ວນໃຫ້ແກ່ນະຄອນຫຼວງຮ່າໂນ້ຍ - ảnh 1(ພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ)

ຕອນເຊົ້າວັນທີ 20 ມີນາ, ຄະນະຊາວໜຸ່ມນະຄອນຮ່າໂນ້ຍ ໄດ້ຈັດພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານເລຂາຄະນະພັກນະຄອນຮ່າໂຮ້ຍ ເວືອງດິ່ງເຫ້ວ ສະເໜີໃຫ້ຄະນະຊາວໜຸ່ມນະຄອນຮ່າໂນ້ຍ ຈົ່ງສືບຕໍ່ມານະພະຍາຍາມ, ສູ້ຊົນປະຕິບັດບົດບາດໃຫ້ເປັນຢ່າງດີ, ສ້າງຄວາມສາມັກຄີດ້ານການເມືອງຂອງຊາວໜຸ່ມນະຄອນຫຼວງ ເປັນແບບຢ່າງນຳໜ້າ; ເປັນເຈົ້າການເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີ 4… ທ່ານ ເວືອງດິ່ງເຫ້ວ ເນັ້ນໜັກວ່າ.

        “ສະມາຊິກຊາວໜຸ່ມ, ໄວໜຸ່ມນະຄອນຫຼວງ ຍາມໃດກໍ່ແມ່ນກຳລັງປະຈັນບານ, ແກ່ນສານໃນການປະຕິບັດໜ້າທີ່ການເມືອງຂອງນະຄອນ, ພິເສດແມ່ນໃນບັນດາຂົງເຂດໃໝ່, ປະຈັນບານໃນວິວັດການຫັນເປັນດີຈີຕອນ, ພັດທະນາເສດຖະກິດດີຈີຕອນ ແລະ ບັນດາຮູບແບບເສດຖະກິດໃໝ່, ເສດຖະກິດແບ່ງປັນ...; ຊາວໜຸ່ມຕ້ອງປະກອບສ່ວນທາງດ້ານພູມປັນຍາຫຼາຍກວ່າອີກເຂົ້າໃນການພັດທະນາເສດຖະກິດຂອງນະຄອນຫຼວງຮ່າໂນ້ຍ”.

ຕອບກັບ

ຂ່າວ/ບົດ​ອື່ນ