ສ້າງກອບ​ການ​ຮ່ວມ​ມື​ພັດ​ທະ​ນາ ລະ​ຫວ່າງ ຫວຽດ​ນາມ - ສ​ປ​ຊ ໄລ​ຍະ 2022 – 2026

(VOVWORLD) -ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເລຮວ່າຍຈູງ ເນັ້ນໜັກວ່າ ໃນວິວັດການສ້າງກອບການຮ່ວມມື ພັດທະນາ ໄລຍະ 2022 – 2026, ສປຊ ຈະເພີ່ມທະວີການໃຫ້ຄຳປຶກສາກ່ຽວກັບນະໂຍບາຍ, ແບ່ງປັນຄວາມຮູ້ ແລະ ບົດຮຽນ, ປະສົບການ ກໍຄື ໜູນຊ່ວຍດ້ານກຳລັງຄວາມສາມາດໃຫ້ແກ່ ຫວຽດນາມ ໃນການບໍລິຫານ ດ້ານເສດຖະກິດ - ສັງຄົມ ຢ່າງມີປະສິດທິຜົນ.
ສ້າງກອບ​ການ​ຮ່ວມ​ມື​ພັດ​ທະ​ນາ ລະ​ຫວ່າງ ຫວຽດ​ນາມ - ສ​ປ​ຊ ໄລ​ຍະ 2022 – 2026 - ảnh 1ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເລຮວ່າຍຈູງ ກ່າວຄຳເຫັນທີ່ກອງປະຊຸມໂອ້ລົມສົນທະນາ (ພາບ: baoquocte.vn) 

  ວັນທີ 2 ທັນວາ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເລຮວ່າຍຈູງ ໄດ້ເປັນປະທານ “ກອງປະຊຸມໂອ້ລົມສົນທະນາ ກ່ຽວກັບການສ້າງກອບການຮ່ວມມືພັດທະນາ ລະຫວ່າງ ຫວຽດນາມ - ສປຊ ໄລຍະ 2022 – 2026” ເພື່ອແນໃສ່ຕີລາຄາການຜັນຂະຫຍາຍແຜນຍຸດທະສາດລວມຂອງ ຫວຽດນາມ - ສປຊ (OSP) ໄລຍະ 2017 – 2021 ແລະ ສະເໜີບາງບາງການກຳນົດທິດບຸລິມະສິດ ແລະ ມາດຕະການທີ່ເໝາະສົມ ເພື່ອ ໃຫ້ ສປຊ ເພີ່ມທະວີການໜູນຊ່ວຍ ຫວຽດນາມ ໃນການປະຕິບັດສຳເລັດບັນດາຍຸດທະສາດພັດທະນາ ເສດຖະກິດ - ສັງຄົມ ໃນໄລຍະຈະມາເຖິງ.

        ທ່ານ Kamal Malhotra ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ ຢັ້ງຢືນວ່າ ສປຊ ໃຫ້ຄຳໝັ້ນສັນຍາ ຈະຮ່ວມເດີນທາງໜູນຊ່ວຍ ຫວຽດນາມ ພັດທະນາເສດຖະກິດ - ສັງຄົມ, ປະຕິບັດບັນດາເປົ້າໝາຍສະຫັດສະວັດ, ຍົກສູງທີ່ຕັ້ງບົດບາດຢູ່ພາກພື້ນ ແລະ ໃນທົ່ວໂລກ.

        ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເລຮວ່າຍຈູງ ເນັ້ນໜັກວ່າ ໃນວິວັດການສ້າງກອບການຮ່ວມມື ພັດທະນາ ໄລຍະ 2022 – 2026, ສປຊ ຈະເພີ່ມທະວີການໃຫ້ຄຳປຶກສາກ່ຽວກັບນະໂຍບາຍ, ແບ່ງປັນຄວາມຮູ້ ແລະ ບົດຮຽນ, ປະສົບການ ກໍຄື ໜູນຊ່ວຍດ້ານກຳລັງຄວາມສາມາດໃຫ້ແກ່ ຫວຽດນາມ ໃນການບໍລິຫານ ດ້ານເສດຖະກິດ - ສັງຄົມ ຢ່າງມີປະສິດທິຜົນ.


ຕອບກັບ

ຂ່າວ/ບົດ​ອື່ນ