ສ້າງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ຟີລິບປີນ ໃຫ້ເລິກເຊິ່ງກ່ວາອີກ

(VOVWORLD) - ວັນທີ 30 ມີນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ຟີລິບປີນ Teodoro L. Locsin Jr ເພື່ອແລກປ່ຽນກ່ຽວກັບການຮ່ວມມື 2 ຝ່າຍ ແລະ ພາກພື້ນໃນສະພາບການໂລກລະບາດ Covid-19 ສືບຕໍ່ຜັນແປຢ່າງສັບສົນ. 
ສ້າງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ຟີລິບປີນ ໃຫ້ເລິກເຊິ່ງກ່ວາອີກ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ (ພາບ: TTXVN)

ທ່ານຮອງນາຍົກລັດຖະມົນຄີ, ລັດຖະມົນຕີ ຟ້າມບີງມິງ ເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມລວມ, ຫວຽດນາມ ພ້ອມກັບ ຟີລິບປີນ ແລະ ບັນດາປະເທດສະມາຊິກ ອາຊຽນ ຈະຜ່ານຜ່າສິ່ງທ້າທາຍໂດຍໄວ, ສ້າງເສດຖະກິດ - ສັງຄົມເປັນປົກກະຕິ ແລະ ຈະສືບຕໍ່ຊຸກຍູ້ວິວັດທະນາການກໍ່ສ້າງປະຊາຄົມ ອາຊຽນ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ຟີລິບປີນ Teodoro L. Locsin Jr ໄດ້ຕີລາຄາສູງການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ຢ່າງມີປະສິດທິຜົນຂອງລັດຖະບານ ແລະ ປະຊາຊົນ ຫວຽດນາມ ກໍ່ຄືບັນດາຂໍ້ລິເລີ່ມຊຸກຍູ້ການຮ່ວມມືເພື່ອຮັບມືກັບໂລກລະບາດດັ່ງກ່າວ ໃນຂອບເຂດປີ ອາຊຽນ 2020; ທ່ານໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນ ຫວຽດນາມ ຮັບບົດບາດເປັນປະທານ ອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021 ປະສົບຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ