ສ້າງຕັ້ງຄະນະກຳມະການປະສົມກ່ຽວກັບການຮ່ວມມືທາງດ້ານເສດຖະກິດຫວຽດນາມ-ອີຕາລີ

(VOVWORLD) -2 ຝ່າຍໄດ້ແລກປ່ຽນກ່ຽວກັບບັນດາເນື້ອໃນການຮ່ວມມືລະຫວ່າງ 2 ປະເທດ ເພື່ອແນໃສ່ຟື້ນຟເສດຖະກິດພາຍຫຼັງໂລກລະບາດໂດຍໄວ
ສ້າງຕັ້ງຄະນະກຳມະການປະສົມກ່ຽວກັບການຮ່ວມມືທາງດ້ານເສດຖະກິດຫວຽດນາມ-ອີຕາລີ - ảnh 1 (ພິທີລົງນາມທາງອອນລາຍ)

ຕອນບ່າຍວັນທີ 30 ມິຖຸນາ, ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ພ້ອມກັບກະຊວງການຕ່າງປະເທດ ແລະຮ່ວມມືສາກົນອີຕາລີ ໄດ້ຈັດພິທີລົງນາມທາງອອນລາຍໃນຂໍ້ຕົກລົງວ່າດ້ວຍການສ້າງຕັ້ງຄະນະກຳມະການປະສົມກ່ຽວກັບການຮ່ວມມືທາງດ້ານເສດຖະກິດລະຫວ່າງ 2 ອົງການ.

        ພິທີລົງນາມໄດ້ດຳເນີນໃນຂອບເຂດກອງປະຊຸມທາງອອນລາຍລະຫວ່າງທ່ານຮອງລັດຖະມົນຕີ ຮ່ວາງກວ໊ກເວື້ອງ ແລະ ທ່ານຮອງລັດຖະມົນຕີ Manlio Di Stefano. 2 ຝ່າຍໄດ້ແລກປ່ຽນກ່ຽວກັບບັນດາເນື້ອໃນການຮ່ວມມືລະຫວ່າງ 2 ປະເທດ ເພື່ອແນໃສ່ຟື້ນຟເສດຖະກິດພາຍຫຼັງໂລກລະບາດໂດຍໄວ, ພ້ອມທັງກະກຽມຍາດແຍ່ງຈຸດດີຈາກສັນຍາ EVFTA ເມື່ອສັນຍານີ້ມີຜົນສັດສິດນັບແຕ່ວັນທີ 01 ສິງຫາ. ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ຮ່ວາງກວ໊ກເວື້ອງ, ເນັ້ນໜັກວ່າ.

        “ພວກຂ້າພະເຈົ້າຍາມໃດກໍ່ເຊື່ອໝັ້ນວ່າ, ການພົວພັນດ້ານການຄ້າລະຫວ່າງ 2 ປະເທດຈະມີທ່າເຕີບໂຕຄືນໃໝ່ເມື່ອໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມ. ພິເສດ, ໃນສະພາບທີ່ສັນຍາການຄ້າເສລີ ແລະ ສັນຍາອາລັກຂາການລົງທຶນ IPA ລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ ມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 01 ສິງຫາ 2020, ເມື່ອສັນຍາ 2 ສະບັບດັ່ງກ່າວໄດ້ຮັບການປະຕິບັດຈະນຳມາເຊິ່ງຜົນປະໂຫຍດຢ່າງໃຫຍ່ຫຼວງກວ່າໃຫ້ແກ່ປະຊາຄົມວິສາຫະກິດຂອງທັງ 2 ຝ່າຍ.”

ຕອບກັບ

ຂ່າວ/ບົດ​ອື່ນ