ສ້າງຕັ້ງຄະນະຈັດຕັ້ງກອງປະຊຸມ WEF ASEAN 2018

(VOVWORLD) -ຄະນະຈັດຕັ້ງມີພາລະໜ້າທີ່ເປັນເສນາທິການ ແລະ ຊ່ວຍວຽກໃຫ້ລັດຖະບານ, ທ່ານນາຍົກລັດຖະມົນຕີຊີ້ນຳໄລຍະການກະກຽມ ແລະ ຈັດຕັ້ງກອງປະຊຸມ WEF ASEAN 2018

ສ້າງຕັ້ງຄະນະຈັດຕັ້ງກອງປະຊຸມ WEF ASEAN 2018 - ảnh 1 ຮອງລັດຖະມົນຕີກະຊວງການຕ່າງປະເທດເປັນທ່ານບຸຍແທງເຊີນຫົວໜ້າຄະນະຈັດຕັ້ງກອງປະຊຸມ WEF ASEAN 2018

(ພາບ: Tuyet Ha/TTXVN)

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຫາກໍລົງນາມໃນຂໍ້ຕົກລົງສ້າງຕັ້ງຄະນະຈັດຕັ້ງກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນ ປີ 2018 (ກອງປະຊຸມ WEF ASEAN 2018 ). ໃນນັ້ນແຕ່ງຕັ້ງທ່ານ ບຸຍແທງເຊີນ ຮອງລັດຖະມົນຕີປະຈຳກະຊວງການຕ່າງປະເທດ ເປັນຫົວໜ້າຄະນະຈັດຕັ້ງ. ຄະນະຈັດຕັ້ງມີພາລະໜ້າທີ່ເປັນເສນາທິການ ແລະ ຊ່ວຍວຽກໃຫ້ລັດຖະບານ, ທ່ານນາຍົກລັດຖະມົນຕີຊີ້ນຳໄລຍະການກະກຽມ ແລະ ຈັດຕັ້ງກອງປະຊຸມ WEF ASEAN 2018; ແບ່ງວຽກ, ເລັ່ງລັດແລະ ສົມທົບກັບການເຄື່ອນໄຫວຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ  ແລະ ວິສາຫະກິດທີ່ກ່ຽວຂ້ອງໃນວິວັດການກະກຽມຕະຫຼອດຮອດການຈັດຕັ້ງກອງປະຊຸມ. ຄະນະຈັດຕັ້ງລວມມີ 5 ອະນຸກຳມະບານ ຄື: ອະນຸກຳມະການຮັບຜິດຊອບດ້ານເນື້ອໃນ, ອະນຸກຳມະການພິທີການ, ອະນຸກຳມະການວັດຖຸ ແລະພະລາທິການ; ອະນຸກຳມະການໂຄສະນາເຜີຍແຜ່ - ວັດທະນະທຳ, ອະນຸກຳມະການປ້ອງກັນຄວາມສະຫງົບປອດໄພ - ສາທາລະນະສຸກ ແລະ ຄະນະເລຂານຸການ.


ຕອບກັບ

ຂ່າວ/ບົດ​ອື່ນ