ສ້າງຕັ້ງຄະນະຊີ້ນຳຍຸດທະສາດຫັນເປັນອຸດສາຫະກຳໃນຂອບເຂດການຮ່ວມມືຫວຽດນາມ - ຍີ່ປຸ່ນ

ສ້າງຕັ້ງຄະນະຊີ້ນຳຍຸດທະສາດຫັນເປັນອຸດສາຫະກຳໃນຂອບເຂດການຮ່ວມມືຫວຽດນາມ - ຍີ່ປຸ່ນ - ảnh 1
( ພາບປະກອບ )

(vovworld) -     ​ ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ Nguyen Tan Dung ຫາ​ກໍ​ເຊັນ​ຂໍ້​ຕົກລົງ​ສ້າງ​ຕັ້ງ​ຄະນະ​ຊີ້​ນຳ​ຍຸດ​ທະ​ສາດຫັນ​ເປັນ​ອຸດສາຫະກຳ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ຫວຽດນາມ - ຍີ່ປຸ່ນ ມຸ່ງ​ໄປ​ເຖິງ​ປີ 2020. ຄະນະ​ຊີ້​ນຳ​ມີໜ້າ​ທີ່​ຊ່ວຍ​ນາ​ຍົກ​ລັດຖະມົນຕີ​ໃນ​ວຽກ​ງານ​ຄົ້ນຄວ້າ, ຊີ້​ນຳ, ສົມທົບ​ເລື່ອງ​ແກ້​ໄຂ​ບັນດາ​ໜ້າ​ທີ່​ກ່ຽວ​ຂ້ອງ​ເຖິງບັນດາ​ຂະ​ແໜງອຸດສາຫະກຳ​ດ້ວຍ​ການ​ຮ່ວມ​ມື​ຂອງ​ຝ່າຍ​ຍີ່​ປຸ່ນ. ຄະນະ​ຊີ້​ນຳ​ມີ​ໜ້າ​ທີ່​ຮ່ວມ​ມື​ກັບ​ຝ່າຍ​ຍີ່ປຸ່ນ ​ເພື່ອ​ແນ​ໃສ່​ສ້າງ​ຍຸດ​ທະ​ສາດ​ພັດທະນາ​ບັນດາ​ຂະ​ແໜງ​ອຸດສາຫະກຳ​ຈຸດ​ສຸມ ​ແລະ ກຳນົດ​ບາງ​ຂະ​ແໜງ​ອຸດສາຫະກຳ​ຫວຽດນາມ ມີ​ຄວາມ​ສາມາດ​ບົມຊ້ອນເພື່ອ​ໃຫ້​ບຸລິມະສິດ​ພັດທະນາ​ໃນ​ໄລ​ຍະ​ຮອດ​ປີ 2020 ​ເຊິ່​ງໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ລົງທຶນ​ພັດທະນາຈາກ​ຍີ່ປຸ່ນ. ຄຽງ​ຂ້າງ​ນັ້ນ, ຄະນະ​ຊີ້​ນຳ​ກໍ​ມີໜ້າ​ທີ່​ຮ່ວມ​ມື​ກັບ​ຝ່າຍ​ຍີ່ປຸ່ນ ​ເພື່ອ​ສ້າງ​ແຜນ​ການ​ດຳ​ເນີນ​ງານພັດທະນາ​ລວມສູນບັນດາ​ຂະ​ແໜງ​ອຸດສາຫະກຳ​ຈຸດ​ສຸມ​ເຊິ່ງ​ໄດ້​ກຳນົດ​​ແລ້ວ.

ຂ່າວ/ບົດ​ອື່ນ