ສ້າງຕັ້ງສະໂມສອນທະນາຍຄວາມການຄ້າສາກົນຫວຽດນາມ

ສ້າງຕັ້ງສະໂມສອນທະນາຍຄວາມການຄ້າສາກົນຫວຽດນາມ - ảnh 1
ທ່ານ ດຣ ​ໂດ​ງ້ອກທິ້ງ ເບື້ອງຂວາພາບ
(ພາບ: BT)

(vovworld) ​ ​ ຕອນ​ເຊົ້າ​ວັນ​ທີ 07/12 ຢູ່​ຮ່າ​ໂນ້ຍ, ສະຫະພັນ​​ທະນາຍຄວາມ ຫວຽດນາມ ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ ກ່ຽວ​ກັບ​ກອງ​ປະຊຸມ​ໃຫຍ່ ສ້າງ​ຕັ້ງ​ສະ​ໂມ​ສອນ​​ທະນາຍຄວາມ​ການ​ຄ້າ​ສາກົນ ຫວຽດນາມ (Vieetnam Bussiness Laywer Club - VBLC). ສະ​ໂມ​ສອນ​ແມ່ນ​ອົງ​ການໜຶ່ງ ທີ່​ຂຶ້ນ​ກັບ​ສະຫະພັນ​ທະນາຍຄວາມ ຫວຽດນາມ. ທະນາຍຄວາມ ດຣ ​ໂດ​ງ້ອກທິ້ງ ຮອງ​ປະທານ​ສະຫະພັນ​ທະນາຍຄວາມ ຫວຽດນາມ ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ໃຫຍ່ ຈະ​ດຳ​ເນີນ​ ໃນ​ວັນ​ທີ 11/12 ຢູ່​ຮ່າ​ໂນ້ຍ. ດ້ວຍ​ນ້ຳ​ໃຈ “ສາມັກ​ຄີ - ​ເປັນ​ລະບຽບ - ພູມ​ປັນຍາ - ຮັກ​ສາ​ຄວາມ​ຍຸດຕິ​ທຳ”, ກອງ​ປະຊຸມ​ໃຫຍ່​ຈະ​ເລືອກ​ຕັ້ງ​ຄະນະ​ຫົວ​ໜ້າ; ປຶກສາ​ຫາລື ​ແລະ ຮັບຮອງ​​ເອົາ​ຂໍ້​ກຳນົດ​ໃນການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສະ​ໂມ​ສອນ, ​ໂຄງການ​ດຳ​ເນີນ​ງານ ​ແລະ ໜ້າ​ທີ່​ຂອງ​ສະ​ໂມ​ສອນ.

        ສະ​ໂມ​ສອນ​ໄດ້​ຮັບການ​ສ້າງ​ຕັ້ງຂຶ້ນ ​ເພື່​ອ​ແນ​ໃສ່​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ, ການ​ຮ່ວມ​ມື, ​ແລກປ່ຽນ​ຄວາມ​ຮູ້​ ​ແລະ ບົດຮຽນລະຫວ່າງ​ບັນດາ​ອົງການທີ່​ເຮັດ​ອາຊີບ​ທະນາຍຄວາມ, ​ເປັນ​ທະນາຍຄວາມ, ຊ່ຽວຊານ​ດ້ານ​ກົດໝາຍ ​ແລະ ກັບ​ວິ​ສາ​ຫະກິດ, ​ສຳນັກງານ ​ແລະ ອົງການຈັດ​ຕັ້ງ​ພາຍ​ໃນ​ປະ​ເທດ ​ແລະ ສາກົນ ກ່ຽວ​ກັບ​ດ້ານ​ກົ​ດ ໝາຍທີ່​ກ່ຽວຂ້ອງ​ເຖິງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ.

 

ຂ່າວ/ບົດ​ອື່ນ