ສ້າງຖັນແຖວພະນັກງານ ການນຳຂັ້ນສູງມີລະດັບ ຄວາມຮູ້, ຄວາມສາມາດ ຄຸ້ມຄອງ

ສ້າງຖັນແຖວພະນັກງານ ການນຳຂັ້ນສູງມີລະດັບ ຄວາມຮູ້, ຄວາມສາມາດ ຄຸ້ມຄອງ - ảnh 1
(ທ່ານ ​ໂຕ​ຮູ​ຍ​ເຣື໋ອ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ກ່າວຄຳເຫັນໄຂຊຸດຮຽນ)

(vovworld) – ພິທີ​ເປີດ​ຊຸດ​ຮຽນໃຫ້ຄະນະພະນັກງານ​ກະກຽມໃຫ້​ແຫຼ່ງພະນັກງານ​ຂັ້ນ​ສູງ​ຊຸດ​ທີ 3 ຖື​ກຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 7/1, ທີ່​ສະ​ຖາ​ບັນ​ການ​ເມືອງ - ການ​ປົກຄອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ. ຊຸດ​ຮຽນ​ຖືກ​ດຳ​ເນີນ​ໄປ​ໃນ​​ເດືອນ​ 1 ຮອດ​ເດືອນ 5/2014, ລວມມີ​ສຳມະນາກອນ​​ 90 ຄົນ, ​ເຊິ່ງ​ແມ່ນ​ພະນັກງານ​ຂັ້ນ​ສູງຂອງບັນດາ​ກະຊວງ, ຂະ​ແໜງ​ການ, ອົງການຈັດຕັ້ງຂັ້ນ​ສູນ​ກາງ, ບັນດາ​ຄະນະ​ພັກ​ແຂວງ, ນະຄອນ ​ແລະ ກຳລັງ​ປະກອບ​ອາວຸດ.

    ກ່າ​ວຄຳ​ເຫັນ​ທີ່​ພິທີ​ເປີດ​ຊຸດ​ຮຽນ, ທ່ານ ​ໂຕ​ຮູ​ຍ​ເຣື໋ອ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງພັກ ຢັ້ງຢືນ​ວ່າ: ຖັນ​ແຖວ​ພະນັກງານ​ຂັ້ນ​ສູງ​ພວມ​ຮັກສາ​ຕຳ​ແໜ່​ງຢູ່​ບັນດາ​ອົງການ, ອົງການຈັດ​ຕັ້ງ​ມະຫາຊົນ​ຂັ້ນ​ສູນ​ກາງ ​ແລະ ຂັ້ນ​​ແຂວງ, ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນຕ້ອງ​ແມ່ນ​ແບບຢ່າງ​ທີ່​ດີ​ເດັ່ນ​ກ່ຽວ​ກັບ​ຫຼັກ​ໝັ້ນ​ການ​ເມືອງ ​ແລະ ຄຸນ​ນະ​ທາດ​ປະຕິວັດ. ຄຽງ​ຄູ່​ກັນ​ນັ້ນ, ຕ້ອງ​ແມ່ນ​ຜູ້​ມີ​ຄວາມ​ຮູ້​ທັນ​ສະ​ໄໝ, ມີ​ຈີນ​ຕະນາ​ການ ​ແລະ ວິ​ໄສ​ທັດ​ຍຸດ​ທະ​ສາດ.​.​.​ ທ່ານຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງພັກ ​ໂຕ​ຮູ​ຍ​ເຣື໋ອ ​ເນັ້ນ​ໜັກ​ວ່າ:

    “ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ຄະນະ​ຊີ້​ນຳ​ຊຸດ​ຮຽນ ​ແລະ ຜູ້ອຳນວຍການ​ສະຖາບັນ​ສ້າງ​ລາຍການ​ຄົ້ນ​ຄ້ວາ​​ໃຫ້ບັນດາສຳມະນາກອນຢ່າງ​​ແທດ​ຈິງ ​ແລະ ມີ​ປະສິດທິຜົນ. ສົ່ງ​ເສີມ​ໃຫ້ເຂົາເຈົ້າ​ໄປ​ທັດສະນະ​ສຶກສາ​ຢູ່​ສະຖານທີ່ຕົວ​ຈິງ​, ​ເຂດ​ຊົນນະບົດ, ​ເຂດ​ພູດ​ອຍ, ຫ່າງ​ໄກ​ຊອກ​ຫຼີກ, ບ່ອນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ຕ້ອງ​ກິນນຳ, ຢູ່ນຳ ແລະ ພ້ອມ​ກັນ​ເຮັດ​ວຽກ​ກັບ​ປະຊາຊົນ​ເພື່ອ​ເຂົ້າ​ໃຈ​ໄດ້​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ ​ແລະ ສະພາບ​ການ​ຕົວ​ຈິງ​ຂ​ອງຖັນ​ແຖວ​ພະນັກງານ​ຢູ່​ຮາກ​ຖານ​ນັ້ນ. ຜ່ານ​ນັ້ນ, ສຳມະນາກອນແຕ່ລະຄົນ​ຕ້ອງ​ມີ​ຄວາມ​ຮັບຜິດ​ຊອບ​ຊ່ວຍ​ຖັນ​ແຖວ​ພະນັກງານ​ສຳຄັນ​ນີ້​ຍົກ​ສູງ​ຄວາມ​ຮູ້, ກຳລັງ​ຄວາມ​ສາມາດ​ປະຕິ​ບັດ​ງານ.”

 

 

ຂ່າວ/ບົດ​ອື່ນ