ສ້າງລັດແຫ່ງອຳນາດນິຕິບັດຍັດສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ

(VOVWORLD) -ແຜນຮ່າງ “ຍຸດທະສາດສ້າງລັດແຫ່ງນິຕິບັນຍັດສັງຄົມນິຍົມຮອດປີ 2030, ກຳນົດທິດຮອດປີ 2045 ໃຫ້ສົມບູນແບບ” ໄດ້ຮັບການກະກຽມຢ່າງລອບຄອບທີ່ຖ້ວນ, ເຂັ້ມງວດ ແລະ ມີຄວາມຮັບຜິດຊອບ.
ສ້າງລັດແຫ່ງອຳນາດນິຕິບັດຍັດສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ປະທານກອງປະຊຸມ
(ພາບ: TTXVN)

ຕອນເຊົ້າວັນທີ 06 ມິຖຸນາ, ຢູ່ແຂວງ ກວາງນິງ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳການສ້າງແຜນຮ່າງ “ຍຸດທະສາດສ້າງລັດແຫ່ງນິຕິບັນຍັດສັງຄົມນິຍົມຮອດປີ 2030, ກຳນົດທິດຮອດປີ 2045 ໃຫ້ສົມບູນແບບ” ໄດ້ເປັນປະທານກອງປະຊຸມຮັບເອົາຄຳເຫັນປະກອບຂອງບັນດາຄະນະພັກແຂວງ, ນະຄອນຂຶ້ນກັບສູນກາງ ທາງພາກເໜືອໃສ່ຮ່າງແຜນຮ່າງ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ, ຮ່າງແຜນຮ່າງດັ່ງກ່າວ ໄດ້ຮັບການກະກຽມຢ່າງລອບຄອບທີ່ຖ້ວນ, ເຂັ້ມງວດ ແລະ ມີຄວາມຮັບຜິດຊອບ. ທ່ານປະທານປະເທດໄດ້ຕີລາຄາສູງຕໍ່ຫຼາຍຄຳເຫັນປະກອບຢ່າງສຸດຈິດສຸດໃຈໃສ່ເນື້ອໃນຂອງແຜນຮ່າງ ແລະ ມີທັງຄຳເຫັນໃໝ່, ເພື່ອສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ.

ຕອບກັບ

ຂ່າວ/ບົດ​ອື່ນ