ສ້າງຮູບແບບບຳລຸງສ້າງໃຫ້ອາສາສະໝັກແພດໝໍແລະນາຍໝໍການແພດພື້ນເມືອງບັນດາປະເທດອາຊຽນ

ສ້າງຮູບແບບບຳລຸງສ້າງໃຫ້ອາສາສະໝັກແພດໝໍແລະນາຍໝໍການແພດພື້ນເມືອງບັນດາປະເທດອາຊຽນ - ảnh 1
ພາບ​ປະ​ກອບ:internet
(vovworld)- ຕອນ​ເຊົ້າ​ວັນ​ທີ 14/12 ຢູ່ ນະ​ຄອນ ໂຮ່​ຈິ​ມີນ, ກົມ​ຄຸ້ມ​ຄອງ ການ​ແພດ ການ​ຢາ​ພື້ນ​ເມືອງ ໄດ້​ຈັດ​ຕັ້ງ​ກອ​ງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ ກ່ຽວ​ກັບ​ການ​ບຳ​ລຸງ​ສ້າງ​ຮູບ​ແບບ​ອາ​ສາ​ສະ​ໝັກແພດ​ໝໍ ແລະ ນາຍ​ໝໍ​ການ​ແພດ​ພື້ນ​ເມືອງ​ໃນ​ບັນ​ດາ​ປະ​ເທດ ອາ​ຊຽນ. ດ້ວຍ​ພື້​ນານ​ການ​ແພດ​ພື້ນ​ເມືອງ​ມີ​ມາ​ແຕ່​ດົນ​ນານ ແລະ ມີ​ຜົນ​ງານ​ຫລາຍ​ຢ່າງ, ຫວຽດ​ນາມ​ ໄດ້​ຄັດ​ເລືອກ​ເປັນ​ປະ​ເທດ​ຮັບ​ບຳ​ລຸງ​ສ້າງ​ການ​ແພດ​ພື້ນ​ເມືອງ​ໃຫ້​ບັນ​ດາ​ປະ​ເທດໃນ​ປະ​ຊາ​ຄົ​ມ ອາ​ຊຽນ. ຫວຽດ​ນາມ ຈະ​ສ້າງ​ແຜນ​ຮ່າງ​ກ່ຽວ​ກັບ​ຮູບ​ແບບ​ບຳ​ລຸງ​ສ້າງ​ອາ​ສາ​ສະ​ໝັກ​​ແພດ​ໝໍ ແລະ ນາຍ​ໝໍ​ການ​ແພດ​ພື້ນ​ເມືອງ. ອາ​ສາ​ສະ​ໝັກ​​ແພດ​ໝໍ ໄດ້​ຮັບ​ການ​ບຳ​ລຸງ​ສ້າງ​ກ່ຽວ​ກັບ​ຄວາມ​ຮູ້​ຫນູນ​ຊ່ວຍ​ວົງ​ຄະ​ນາ​ຍາດ, ເປັນ​ຕົ້ນ​ແມ່ນ​ຜູ້​ທຸກ​ຍາກ ໃນ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ໂລກ​ລະ​ບາດ​ດ້ວຍ​ການ​ແພດ​ພື້ນ​ເມືອງ. ຮູບ​ແບບ​ບຳ​ລຸງ​ສ້າງ​ດັ່ງ​ກ່າວ​ແມ່ນ​ຮູບ​ແບບ​ລວມ​ໃຫ້​ບັນ​ດາ​ປະ​ເທດ ອາ​ຊຽນ. ເລື່ອງ​ຜັນ​ຂະ​ຫຍາຍ​ຮູບ​ແບບນີ້​ຕ້ອງ​ເໝາະ​ສົມ​ກັບ​ສະ​ພາບ​ການ​ຢູ່​ແຕ່​ລະ​ປະ​ເທດ​ສະ​ມາ​ຊີກ ຈະ​ປະ​ກອບ​ສ່ວນ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເບິ່ງ​ແຍງ​ສຸ​ຂະ​ພາບ​ໃນ​ເບື້ອງ​ຕົ້ນ​ໃຫ້​ປະ​ຊາ​ຄົມ ອາ​ຊຽນ.
ຂ່າວ/ບົດ​ອື່ນ