ສ້າງ​ຮ່າງ​ມະ​ຕິ​ກ່ຽວ​ກັບ​ການ​ເອົາ​ບັດ​ໄວ້​ວາງ​ໃຈ, ປ່ອນ​ລັດ​ໄວ້​ວາງ​ໃຈ​ໃຫ້​ສົມ​ບຸນ​ແບບ

(VOVWORLD) - ເພື່ອສ້າງຮ່າງມະຕິໃຫ້ສົມບຸນແບບ, ສສຊ ຈຳນວນໜຶ່ງ ສະເໜີວ່າ ນອກຈາກລາຍງານຕໍ່ຂັ້ນມີສິດອຳນາດແລ້ວ ໝາກຜົນການຮັບເອົາບັດໄວ້ວາງໃຈ ຕ້ອງເປີດເຜີຍທັງການເຄື່ອນໄຫວປ່ອນບັດໄວ້ວາງໃຈ.
ສ້າງ​ຮ່າງ​ມະ​ຕິ​ກ່ຽວ​ກັບ​ການ​ເອົາ​ບັດ​ໄວ້​ວາງ​ໃຈ, ປ່ອນ​ລັດ​ໄວ້​ວາງ​ໃຈ​ໃຫ້​ສົມ​ບຸນ​ແບບ - ảnh 1ທີ່ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມ ຊຸດທີ 15
(ພາບ: TTXVN)

     ໂດຍສືບຕໍ່ລາຍການໃນກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມ ຊຸດທີ 15, ຕອນບ່າຍວັນທີ 9 ມິຖຸນາ, ບັນດາ ສສຊ ໄດ້ປຶກສາຫາລືຢູ່ຫໍປະຊຸມ ກ່ຽວກັບຮ່າງມະຕິກ່ຽວກັບການຮັບເອົາບັດໄວ້ວາງໃຈ, ປ່ອນບັດໄວ້ວາງໃຈ ສຳລັບຜູ້ດຳລົງຕຳແໜ່ງໂດຍສະພາແຫ່ງຊາດ, ສະພາ ປຊຊ ເລືອກຕັ້ງ ຫຼືໃຫ້ສັດຕະຍາບັນ (ສະບັບປັບປຸງ.

   ເມື່ອປຶກສາຫາລືຢູ່ຫໍປະຊຸມ, ບັນດາ ສສຊ ຢືນຢັນຄວາມຈຳເປັນຕອ້ງປະກາດໃຊ້ມະຕິສະບັບປັບປຸງ; ຮັບຮູ້ວ່າ ມະຕິມີຫຼາຍການປ່ຽນແປງທີ່ຕັ້ງໜ້າ ຕອບສະໜອງຄວາມມຸ່ງຫວັງຂອງຜູ້ມີສິດເລືອກຕັ້ງ ແລະ ປຊຊ.

   ເພື່ອສ້າງຮ່າງມະຕິໃຫ້ສົມບຸນແບບ, ສສຊ ຈຳນວນໜຶ່ງ ສະເໜີວ່າ ນອກຈາກລາຍງານຕໍ່ຂັ້ນມີສິດອຳນາດແລ້ວ ໝາກຜົນການຮັບເອົາບັດໄວ້ວາງໃຈ ຕ້ອງເປີດເຜີຍທັງການເຄື່ອນໄຫວປ່ອນບັດໄວ້ວາງໃຈ.

    ນອກຈາກນັ້ນແລ້ວ, ຮ່າງມະຕິຕ້ອງກຳນົດໝາກຜົນການຮັບເອົາບັດໄວ້ວາງໃຈ ບໍ່ພຽງແຕ່ນຳໃຊ້ ເພື່ອແກ້ໄຂພະນັກງານທີ່ມີຈຳນວນບັດໄວ້ວາງໃຈນ້ອຍເທົ່ານັ້ນ, ຫາກຍັງໄດ້ນຳໃຊ້ເພື່ອເປັນພື້ນຖານໃຫ້ແກ່ວຽກງານວາງແຜນກຳນົດ, ຍົກຍ້າຍ, ແຕ່ງຕັ້ງ, ແນະນຳພະນັກງານຮັບສະໝັກອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ