ສ້າງ​ເງື່ອນ​ໄຂ​ອອກວີ​ຊາ, ຕໍ່​ກຳ​ນົດ​ເວ​ລາ​ພັກອາ​ໄສ​ຊົ່ວ​ຄາວ​ໃຫ້​ພົນ​ລະ​ເມືອງ​ຕ່າງ​ປະ​ເທດ​ຍ້ອນ​ຜົນ​ກະ​ທົບ​ຈາກໂລກ​ລະ​ບາດ​ໂຄວິດ -19

(VOVWORLD) -ວັນທີ 1 ເມສາ, ກົມຄຸ້ມຄອງຄົນເຂົ້າ-ອອກເມືອງ ກະຊວງຕຳຫຼວດຫວຽດນາມ ໄດ້ປະກາດໃຊ້ຄຳແນະນຳວ່າດ້ວຍການສ້າງເງື່ອນໄຂສະດວກໃນລະບຽບການອອກວີຊາ ຕໍ່ກຳນົດເວລາພັກອາໄສຊົ່ວຄາວໃຫ້ພົນລະເມືອງຕ່າງປະເທດຍ້ອນຜົນກະທົບຈາກໂລກລະບາດໂຄວິດ -19 ທີ່ຍັງບໍ່ທັນກັບເມືອປະເທດໄດ້.
ສ້າງ​ເງື່ອນ​ໄຂ​ອອກວີ​ຊາ, ຕໍ່​ກຳ​ນົດ​ເວ​ລາ​ພັກອາ​ໄສ​ຊົ່ວ​ຄາວ​ໃຫ້​ພົນ​ລະ​ເມືອງ​ຕ່າງ​ປະ​ເທດ​ຍ້ອນ​ຜົນ​ກະ​ທົບ​ຈາກໂລກ​ລະ​ບາດ​ໂຄວິດ -19 - ảnh 1 (ພາບປະກອບ)

   ຕາມນັ້ນແລ້ວ, ພົນລະເມືອງຕ່າງປະເທດເຂົ້າມາຫວຽດນາມ ທີ່ໄດ້ຍົກເວັ້ນວີຊາ ຫລື ມີວີຊາທ່ອງທ່ຽວແຕ່ໝົດກຳນົດເວລາພັກອາໄສຊົ່ວຄາວ ແຕ່ບໍ່ທັນກັບເມືອ ສາມາດໄປສະຖານທູດ ຫລືກົງສູນໃຫ່ຍ ເພື່ອເຮັດລະບຽບການປະກັນການຕໍ່ກຳນົດເວລາພັກອາໄສຊົ່ວຄາວ (ຫຼາຍສຸດແມ່ນ 30 ວັນ) ເພື່ອລໍຖ້າການກັບເມືອປະເທດ ແລະ ສົ່ງສຳເນົາເອກະສານຢູ່ ກົມຄຸ້ມຄອງຄົນເຂົ້າ-ອອກເມືອງ ກະຊວງຕຳຫຼວດຫວຽດນາມ.

   ສະຖານທູດ ຫລືກົງສູນໃຫ່ຍມີຄວາມຮັບຜິດຊອບຄຸ້ມຄອງພົນລະເມືອງໂດຍສະຖານທູດ ຫລືກົງສູນໃຫ່ຍຮັບປະກັນ ໃນໄລຍະທີ່ພັກອາໄສຢູ່ຫວຽດນາມ ແລະ ສົມທົບກັບບັນດາອົງການມີໜ້າທີ່ຮັບຜິດຊອບຂອງຫວຽດນາມ ແກ້ໄຂວຽກງານທີ່ກ່ຽວຂ້ອງເຖິງພົນລະເມືອງຂອງຕົນເມື່ອມີຄວາມຕ້ອງການ. ກຳນົດເວລາແມ່ນນັບແຕ່ວັນທີ 30 ມີນາຮອດວັນທີ 30 ເມສາປີ 2020.

 

ຕອບກັບ

ຂ່າວ/ບົດ​ອື່ນ