​ສ້າງໂອກາດ​ໃຫ້​ບັນ​ດາ​ປະ​ເທດ G7 ກາຍເປັນນັກລົງທຶນຍຸດທະສາດໃນຂົງເຂດພະລັງງານຜະລິດຄືນໃໝ່ຢູ່ຫວຽດ​ນາມ

(VOVWORLD) -ຫວຽດນາມພວມຜັນຂະຫຍາຍການປະຕິບັດຍຸດທະສາດພັດທະນາແຫຼ່ງພະລັງງານຜະລິດຄືນໃໝ່ຮອດປີ 2030 ແລະ ວິໄສທັດຮອດປີ 2050, ຕາມນັ້ນແລ້ວ ຈຶ່ງສົ່ງເສີມ, ລະດົມທຸກແຫຼ່ງກຳລັງຈາກສັງຄົມລົງທຶນໃຫ້ແກ່ການພັດທະນາແຫຼ່ງພະລັງງານຜະລິດຄືນໃໝ່, ຍູ້ແຮງການພັດທະນາ ແລະ ນຳໃຊ້ແຫຼ່ງພະລັງງານຜະລິດຄືນໃໝ່, ເພີ່ມອັດຕາສ່ວນພະລັງງານຜະລິດຄືນໃໝ່ໃນລະບົບພະລັງງານແຫ່ງຊາດ

​ສ້າງໂອກາດ​ໃຫ້​ບັນ​ດາ​ປະ​ເທດ G7 ກາຍເປັນນັກລົງທຶນຍຸດທະສາດໃນຂົງເຂດພະລັງງານຜະລິດຄືນໃໝ່ຢູ່ຫວຽດ​ນາມ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

(ພາບ: VGP)

ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ໄດ້ເຊື້ອເຊີນທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມ G7 ໃນເດືອນມິຖຸນານີ້.  ໜຶ່ງໃນບັນດາຫົວຂໍ້ຕົ້ນຕໍຂອງກອງປະຊຸມຄັ້ງນີ້ ແມ່ນບັນຫາການປ່ຽນແປງຂອງດິນຟ້າອາກາດ, ມະຫາສະມຸດ ແລະແຫຼ່ງພະລັງງານສະອາດ. ປັດຈຸບັນ, ບັນດານັກລົງທຶນສາກົນ ໄດ້ຕີລາຄາວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີທ່າແຮງຫຼາຍທີ່ສຸດ ເພື່ອພັດທະນາແຫຼ່ງພະລັງງານຜະລິດຄືນໃໝ່. ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ Reuters ກ່ຽວກັບບັນດາມາດຕະການຂອງຫວຽດນາມ ເພື່ອແນໃສ່ຊຸກຍູ້ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາ, ການລົງທຶນເຂົ້າໃນຂົງເຂດພະລັງງານສະອາດ ແລະ ພະລັງງານຜະລິດຄືນໃໝ່,  ທ່ານນາຍົກລັດຖະມົນຕີຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມພວມຜັນຂະຫຍາຍການປະຕິບັດຍຸດທະສາດພັດທະນາແຫຼ່ງພະລັງງານຜະລິດຄືນໃໝ່ຮອດປີ 2030 ແລະ ວິໄສທັດຮອດປີ 2050, ຕາມນັ້ນແລ້ວ ຈຶ່ງສົ່ງເສີມ, ລະດົມທຸກແຫຼ່ງກຳລັງຈາກສັງຄົມລົງທຶນໃຫ້ແກ່ການພັດທະນາແຫຼ່ງພະລັງງານຜະລິດຄືນໃໝ່, ຍູ້ແຮງການພັດທະນາ ແລະ ນຳໃຊ້ແຫຼ່ງພະລັງງານຜະລິດຄືນໃໝ່, ເພີ່ມອັດຕາສ່ວນພະລັງງານຜະລິດຄືນໃໝ່ໃນລະບົບພະລັງງານແຫ່ງຊາດ.

        ກ່ຽວກັບຫົວຂໍ້ພະລັງງານສະອາດ, ເລື່ອງລົງທຶນແບບຍຸດທະສາດດເຂົ້າໃນການພັດທະນາແຫຼ່ງພະລັງງານຜະລິດຄືນໃໝ່ ອາດຈະຊ່ວຍຫວຽດນາມຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການພະລັງງານທີ່ນັບມື້ນັບເພີ່ມຂຶ້ນ, ຮັບໃຊ້ການພັດທະນາ ແລະ ຜັນຂະຫຍາຍໂຄງການພັດທະນາແຫຼ່ງພະລັງງານໃຫ້ສະອາດກວ່າ. ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ເນັ້ນໜັກວ່າ: ລັດຖະບານຫວຽດນາມໄດ້ ແລະ ກຳລັງນຳໃຊ້ຫຼາຍກົນໄກ, ນະໂຍບາຍ ເພື່ອດຶງດູດນັກລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນ, ດຳເນີນທຸລະກິດໃນຂົງເຂດພະລັງງານຜະລິດຄືນໃໝ່ ອີງບົນພື້ນຖານຄວາມກົມກຽວທາງດ້ານຜົນປະໂຫຍດລະຫວ່າງພາກລັດ, ນັກລົງທຶນ ແລະ ສັງຄົມ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມື ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາຄູ່ຮ່ວມມືທັງໝົດ ແລະ ເຊື່ອໝັ້ນວ່າ ດ້ວຍທ່າແຮງທາງດ້ານການເງິນ, ເຕັກໂນໂລຢີ ແລະ ບົດຮຽນໃນການພັດທະນາພະລັງງານຜະລິດຄືນໃໝ່, ບັນດານັກລົງທຶນຂອງບັນດາປະເທດ G7 ຈະມີຫຼາຍໂອກາດ ເພື່ອກາຍເປັນ ນັກລົງທຶນຍຸດທະສາດໃນຂົງເຂດພະລັງງານຜະລິດຄືນໃໝ່ຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ