ສາຍ​ເຫດທີ່​ພາ​ໃຫ້​ເກີດ​​ເຫດລະ​ເບີດ​ຢູ່​ທ່າ​ກໍ່າ​ປັ່ນ Beirut ​ແມ່ນ​ຍ້ອນ​ວັດ​ຖຸດິບ​ຜະລິດ​ລະ​​ເບີດ​ຈໍານວນ 2750 ​ໂຕນ

(VOVWORLD) -ລິບັງ ໄດ້ຢັ້ງຢືນສາຍເຫດທີ່ພາໃຫ້ເກີດເຫດລະເບີດຄັ້ງໃຫຍ່ຢູ່ທ່າກໍ່າປັ່ນ Beirut ໃນວັນທີ 04 ສິງຫາ ທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍນັບສິບຄົນ ແລະ ຜູ້ຮັບບາດເຈັບນັບພັນຄົນ.
ສາຍ​ເຫດທີ່​ພາ​ໃຫ້​ເກີດ​​ເຫດລະ​ເບີດ​ຢູ່​ທ່າ​ກໍ່າ​ປັ່ນ Beirut ​ແມ່ນ​ຍ້ອນ​ວັດ​ຖຸດິບ​ຜະລິດ​ລະ​​ເບີດ​ຈໍານວນ 2750 ​ໂຕນ - ảnh 1ເຫດລະເບີດຢູ່ທ່າກໍ່າປັ່ນ Beirut ໃນວັນທີ 04 ສິງຫາ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຫຼາຍນັບສິບຄົນ ແລະ ຜູ້ຮັບບາດເຈັບນັບພັນຄົນ (ພາບ: Al Jazeera)

         ທ່ານປະທານາທິບໍດີລີບັງ Michel Aoun ໃຫ້ຮູ້ວ່າ ບໍ່ອາດຍອມຮັບໄດ້ຕໍ່ເລື່ອງທີ່ວ່າ ງວດສິນຄ້າ Ammonium Nitrate ປະມານ 2750 ໂຕນທີ່ປະໄວ້ຢູ່ໃນສາງຢູ່ທ່າກໍ່າປັ່ນ Beirut ນັ້ນ ໂດຍບໍ່ມີມາດຕະການປ້ອງກັນມາໄດ້ 6 ປີແລ້ວ . ທ່ານປະທານາທິບໍດີລີບັງ ຖະແຫຼງວ່າ ຈະນໍາໃຊ້ຮູບແບບການປັບໄໝຢ່າງເຄັ່ງຄັດທີ່ສຸດຕໍ່່ບຸກຄົນທີ່ຮັບຜິດຊອບ ພ້ອມທັງແກ່ຍາວສະພາວະສຸກເສີນຢູ່ Beirut ໄປຕື່ມອີກ 2 ອາທິດພາຍຫຼັງເກີດເຫດລະເບີດ. ທ່ານກໍຕົກລົງໃຫ້ເບີກຈ່າຍບ້ວງເງິນສິນເຊື່ອພິເສດໃນງົບປະມານປີ 2020 ຂຶ້ນເຖິງ 100 ຕື້ປອນ ລີບັງ ທີ່ ສະຫງວນໃຫ້ບັນດາກໍລະນີພິເສດ ແລະ ສຸກເສີນ.

        ໃນຂະນະນັ້ນ, ທ່ານພົນຕີ Dhahi Khalfan, ຮອງຫົວໜ້າກອງຕໍາຫຼວດ Duabi (UAE) ໄດ້ຜູກໂທດທ່ານເລຂາທິການໃຫຍ່ຂະບວນການ Hezbollah Hassan Nasrallah ວ່າ ມີສ່ວນກ່ຽວຂ້ອງເຖິງເຫດການດັ່ງກ່າວ. ທ່ານ Khalfan ຊີ້ແຈ້ງວ່າ ເຫດການດັ່ງກ່າວມີສ່ວນກ່ຽວຂ້ອງກັບວັນປະກາດຄໍາຕັດສິນລົງໂທດບັນດາຜູ້ມີສ່ວນກ່ຽວຂ້ອງກັບເຫດການເຂັ່ນຂ້າອະດີດນາຍົກລັດຖະມົນຕີ ລີບັງ ທ່ານ Rafik Hariri ເມື່ອປີ 2005.

 ງອັກແທກ - ນັກຂ່າວ VOV ປະຈໍາ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ