ສານ​ສູງ​ສຸດ ອາ​ເມ​ລິ​ກາ ສະ​ໜັບ​ສະ​ໜູນ​ໂຄງ​ການ ObamaCare

(VOVWORLD) -Obamacare ແນໃສ່ເປົ້າໝາຍຢາກຍົກສູງຄຸນນະພາບ ແລະ ຄວາມສາມາດໃນການເບີກຈ່າຍຂອງການປະກັນສຸຂະພາບ, ຫຼຸດອັນຕາຜູ້ບໍ່ມີປະກັນໄພລົງ ດ້ວຍວິທີການເປີດກວ້າງຂອບເຂດປະກັນສຸຂະພາບສາທາລະນະ ແລະ ເອກະຊົນ, ຫຼຸດ ຄ່າໃຊ້ຈ່າຍໃນການດູແລສຸຂະພາບສ່ວນບຸກຄົນ ແລະ ອຳນາດການປົກຄອງລົງ.
ສານ​ສູງ​ສຸດ ອາ​ເມ​ລິ​ກາ ສະ​ໜັບ​ສະ​ໜູນ​ໂຄງ​ການ ObamaCare - ảnh 1ສານສູງສຸດ ອາເມລິກາ ສະໜັບສະໜູນໂຄງການ ObamaCare (ພາບ: AP)

ວັນທີ 17 ມິຖຸນາ, ສານສູງສຸດ ອາເມລິກາ ໄດ້ປະຕິເສດໃບຮ້ອງຟ້ອງສະບັບຫຼ້າສຸດ ຂອງບັນດາລັດເຊິ່ງພັກສາທາລະນະກຳອຳນາດໄດ້ຕ້ານຄືນໂຄງການດູແລສຸຂະພາບ ObamaCare. ດ້ວຍບັດສະໜັບສະໜູນ 7 ບັດ ແລະ ບັດຄ້ານ 2 ບັດ, ບັນດາ  ຜູ້ພິພາກສາ ສານສູງສຸດ ອາເມລິກາ ໄດ້ອອກຄຳຕັດສິນຂອງສານວ່າ ໃບຮ້ອງຟ້ອງຂອງລັດ Texas ແລະ ບາງລັດອື່ນໆ ເພື່ອແນໃສ່ຍົກເລີກ ໂຄງການ ObamaCare ບໍ່ໄດ້ຮັບຮອງເອົາ.

ກົດໝາຍວ່າດ້ວຍການປົກປ້ອງຄົນເຈັບ ແລະ ດູແລສຸຂະພາບປະຊາຊົນທີ່ເໝາະສົບກັບລາຍຮັບຂອງເຂົາເຈົ້າໂດຍທ່ານອະດີດປະທານາທິບໍດີ ອາເມລິກາ Barack Obama ລົງນາມໃນວັນທີ 23 ມີນາ ປີ 2010. ນີ້ແມ່ນຂີດໝາຍຂອງລະບົບສາທາລະນະສຸກ ອາເມລິກາ ນັບແຕ່ເວລາ ຮັບຮອງເອົາ Medicare ແລະ Medicaid ເມື່ອປີ 1965. Obamacare ແນໃສ່ເປົ້າໝາຍຢາກຍົກສູງຄຸນນະພາບ ແລະ ຄວາມສາມາດໃນການເບີກຈ່າຍຂອງການປະກັນສຸຂະພາບ, ຫຼຸດອັນຕາຜູ້ບໍ່ມີປະກັນໄພລົງ ດ້ວຍວິທີການເປີດກວ້າງຂອບເຂດປະກັນສຸຂະພາບສາທາລະນະ ແລະ ເອກະຊົນ, ຫຼຸດ ຄ່າໃຊ້ຈ່າຍໃນການດູແລສຸຂະພາບສ່ວນບຸກຄົນ ແລະ ອຳນາດການປົກຄອງລົງ. Obamacare ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາມໍລະດົກອັນຍິ່ງໃຫຍ່ຂອງທ່ານອະດີດປະທານາທິບໍດີ Obama.

ຕອບກັບ

ຂ່າວ/ບົດ​ອື່ນ