ສານອວຍພອນ

ສານອວຍພອນ - ảnh 1
( ພາບປະກອບ )

(vovworld) - ການ​ນຳ​ຂັ້ນ​ສູງ​ຫວຽດນາມ ​ແລະ ລາວ ສົ່ງ​ສານ​ອວຍພອນ​ນຳ​ກັນ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການຮ່ວມ​ມື ​ແລະ ວັນສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ລາວ. ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong, ທ່ານ​ປະທານ​ປະ​ເທດ ສສ ຫວຽດນາມ Truong Tan Sang, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ  Nguyen Sinh Hung ​ແລະ​ ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ສົ່ງ​ສານ​ອວຍພອນ ​ແລະ ຊໍ່​ດອກ​ໄມ້​ເຖິງ​ບັນດາ​ທ່ານ​ ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດລາວ ຈູມ​ມາ​ລີ​ ໄຊ​ຍະ​ສອນ; ປະທານສະພາ​ແຫ່ງ​ຊາດ​ລາວ ປານີ​ຢາ​ທໍ່​ຕູ້; ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ​ທຳ​ມະ​ວົງ. ສານ​ອວຍພອນ​ຂອງ​ການ​ນຳ​ພັກ, ລັດ ຫວຽດນາມ​ມີ​ຕອນ​ຂຽນ​ວ່າ: ”ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ພາກພູມ​ໃຈ​ທີ່​ສຸດ​ເມື່ອ​ເຫັນ​ວ່າ ​ໃນ 50 ປີ​ທີ່​ຜ່ານ​ມາ, ນັບ​ແຕ່​ສອງ​ປະ​ເທດ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ, ການ​ພົວພັນ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ດີງາມ. ​ໂດຍ​ສະ​ເພາະ​ແມ່ນການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ລາວ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ຮ່ວມ​ມື​ລົງທຶນ ​ແລະ ການ​ຄ້າໄດ້​ບັນລຸ​ລະດັບ​ເຕີບ​ໂຕ ​ແລະ ປະກອບສ່ວນ​ສຳຄັນ​ເຂົ້າ​​ໃນກິດຈະການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ແຕ່ລະ​ປະ​ເທດ. ພວກ​ເຮົາ​ເຊື່ອ​ໝັ້ນ​ຢ່າງ​ແນ່​ວ​ແນ່​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ດ້ວຍ​ຄວາມ​ມານະ​ພະຍາຍາມ​ສອງ​ຂອງ​ພັກ, ສອງ​ລັດ​ແລະ ປະຊາຊົນ​ສອງ​ປະ​ເທດພວກ​ເຮົາ, ການພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ ຈະ​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ຕອບ​ສະໜອງ​ຄວາມ​ມຸ້ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ​ສອງ​ປະ​ເທດ, ຍົກ​ສູງ​ບົດບາດ, ອິດ​ທິພົນ​ຊື່​ສຽງ​ຂອງ​ສອງ​ປະ​ເທດ​ພວກ​ເຮົາ​ໃນ​ພາກ​ພື້ນ ​ແລະ ​ໃນ​ເວທີສາກົນ​ຢ່າງ​ບໍ່​ຢຸດ​ຢັ້ງ”

ສ່ວນ​ສານ​ຂອງ​ການ​ນຳ​ລາວ​ທີ່​ສົ່ງ​​ເຖິງບັນດາ​ການ​ນຳ​ຫວຽດນາມ​ ມີ​ຕອນ​ຂຽນ​ວ່າ: ”ສາຍພົວພັນ​ມິດຕະພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ພິ​ເສດ ​ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ ລະຫວ່າງສອງ​ຂອງ​ພັກ, ສອງ​ລັດ​ ແລະ ປະຊາຊົນ​ສອງ​ປະ​ເທດພວກ​ເຮົາ ​ໂດຍ​ທ່ານ​ປະທານ ​ໂຮ່ຈິ​ມິນ ​ແລະ ທ່ານ​ປະທານ ​ໄກສອນ​ ພົມວິຫານ, ປະທານ​ສຸພາ​ນຸວົງ ກໍ່​ຕັ້ງ, ​ໂດຍ​ບັນດາ​ການ​ນຳ​ລຸ້ນຕ່າງໆ, ບັນດາ​ນັກ​ປະຕິວັດ ​ແລະ ປະຊາຊົນ​ຂອງ​ແຕ່ລະ​ປະ​ເທດ​​ເພີ່ມ​ພູນ​ຄູນ​ສ້າງ​ນັ້ນ ​ໄດ້​ກາຍ​ເປັນ​ຊັບ​ສົມບັດ​ລວມທີ່​ລ້ຳ​ຄ່າ, ​ແມ່ນ​ກົດ​ເກັນ​ແຫ່ງ​ການ​ຄົງ​ຕົວ ​ແລະ ພັດທະນາ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ປັດ​ໃຈ​ຕັດສິນ​ຊີ້​ຂາດ​ການ​ປະຕິວັດ​ຂອງ​​ແຕ່ລະ​ປະ​ເທດ, ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ ​ແລະ ​ເພີ່ມ​ທະວີ​ທັງ​ລວງ​ກວ້າງ ​ແລະ ລວງ​ເລິກ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ປະ​ເທດ.”

ຕອບກັບ

ຂ່າວ/ບົດ​ອື່ນ