ສານອວຍພອນຂອງການນຳຂັ້ນສູງຫວຽດນມ-ກຳປູເຈຍ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ລາຊະອານາຈັກ ກຳປູເຈຍ (24/6/1967-24/6/2017)

ແລະ ຄຳນັບຮັບຕ້ອນປີແຫ່ງຄວາມມິດຕະພາບ ຫວຽດນາມ - ກຳປູເຈຍ 2017, ການນຳຂັ້ນສູງສອງປະເທດໄດ້ແລກປ່ຽນສານອວຍພອນນຳກັນ.

ສານອວຍພອນຂອງການນຳຂັ້ນສູງຫວຽດນມ-ກຳປູເຈຍ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ຕ້ອນຮັບທ່ານປະທານສະພາແຫ່ງຊາດ ກຳປູເຈຍ Samdech Heng Samrin

    ທາງຝ່າຍ ຫວຽດນາມ,   ໃນສານອວຍພອນທີ່ສົ່ງເຖິງການນຳ ລາຊະອານາຈັກ ກຳປູເຈຍ. ບັນດາການນຳ ຫວຽດນາມ  ສະແດງຄວາມພາກພູມໃຈຕໍ່ການພັດທະນາອັນດີງາມຂອງການພົວພັນ ຫວຽດນາມ - ກຳປູເຈຍ ໃນ 50 ປີຜ່ານມາ; ແລະ ຢືນຢັນເຖິງວ່າໄດ້ຜ່ານຜ່າບັນດາໄລຍະທີ່ຫຍຸ້ງຍາກ ແລະ ການທ້າທາຍຫຼາຍຢ່າງກໍ່ຕາມ, ແຕ່ປະຊາຊົນສອງປະເທດຍາມໃດກໍ່ສາມັກຄີກັນ, ຮຽງບ່າຮຽງໄຫຼ່ກັນ, ສະຫງວນການສະໜັບສະໜູນ, ການຊ່ວຍເຫຼືອກັນໃນພາລະກິດຕໍ່ສູ້ປົກປ່ອຍຊາດໃນເມື່ອກ່ອນ ກໍ່ຄືໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດຂອງແຕ່ລະປະເທດໃນປະຈຸບັນ, ພ້ອມທັງຢືນຢັນວ່າ, ນີ້ແມ່ນຊັບສົມບັດອັນລຳ້ຄ່າ, ເຊິ່ງສອງປະເທດຄວນສືບຕໍ່ຮັກສາໄວ້ ແລະ ເພີ່ມພູນຄູນສ້າງ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ, ສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງ, ຍາວນານລະຫວ່າງສອງປະເທດຈະສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາ, ເພື່ອຜົນປະໂຫຍດ ລວມຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ຢູ່ໃນໂລກ.

        ສ່ວນທາງຝ່າຍກຳປູເຈຍ, ໃນສານອວຍພອນທີ່ສົ່ງເຖິງການນຳ ຫວຽດນາມ, ການນຳ ກຳປູເຈຍ ໄດ້ເນັ້ນໜັກວ່າ, ການພົວພັນ ກຳປູເຈຍ - ຫວຽດນາມ ມີປະຫວັດຄວາມເປັນມານັບຮ້ອຍປີ, ປະຊາຊົນສອງປະເທດໄດ້ພ້ອມກັນຜ່ານຜ່າບັນດາໄລຍະຫຍຸ້ງຍາກ, ລຳບາກທີ່ສຸດ ແລະ ສາຍພົວພັນປະຫວັດສາດອັນເຂັ້ມແຂງນີ້, ແມ່ນອີງໃສ່ນຳ້ໃຈມິດຕະພາບ ແລະ ຄວາມເຄົາລົບນັບຖືເຊິ່ງກັນ ແລະ ກັນ, ສ້າງພື້ນຖານທີ່ໝັ້ນຄົງໃຫ້ແກ່ສາຍພົວພັນຮ່ວມມືສອງຝ່າຍໃນປະຈຸບັນຢ່າງແໜ້ນແຟ້ນ, ຕາມທິດນຳທີ່ວ່າ: “ບ້ານໃກ້ເຮືອນຄຽງທີ່ດີ, ນຳ້ໃຈມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ“; ພ້ອມທັງຢືນຢັນວ່າ, ກຳປູເຈຍຈະຈົດຈຳການຊ່ວຍເຫຼືອ, ການເສຍສະຫຼະຂອງປະຊາຊົນ ຫວຽດນາມ ໃນພາລະກິດປົດປ່ອຍປະຊາຊົນ ກຳປູເຈຍ ອອກຈາກໄພດັບສູນເຊື້ອຊາດ ຕະຫຼາດໄປ.

ຕອບກັບ

ຂ່າວ/ບົດ​ອື່ນ