ສານອວຍພອນວັນຊາດ ອາຣັບບີ ຊາອຸດິ

(VOVWORLD) -ສະເຫຼີມສະຫຼອງວັນຊາດ ອາຣັບບີ ຊາອຸດິ ຄົບຮອບ 89 ປີ

        ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ອາຣັບບີ ຊາອຸດິ ຄົບຮອບ 89 ປີ, ວັນທີ 23 ກັນຍາ 2019, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງສານອວຍພອນເຖິງ ພະມະຫາກະສັດ ທັງເປັນນາຍົກລັດຖະມົນຕີ ອາຣັບບີ ຊາອຸດິ Salman Bin Abdulaziz Al – Saud.

        ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ກໍໄດ້ສົ່ງສານອວຍພອນເຖິງທ່ານລັດຖະມົນຕີການຕ່າງປະເທດ ອາຣັບບີ ຊາອຸດິ Ibrahim Al- Assaf ເຊັ່ນດຽວກັນ.


ຕອບກັບ

ຂ່າວ/ບົດ​ອື່ນ