ສານອວຍພອນສະເຫຼີມສະຫຼອງ 64 ປີແຫ່ງວັນສ້າງພັກປະຊາຊົນປະຕິວັດລາວ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 64 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ (22/03/1955 – 22/03/2019), ວັນທີ 21 ມີນາ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສົ່ງສານອວຍພອນເຖິງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.

ເນື້ອໃນສານມີຕອນຂຽນວ່າ: ພັກກອມມູນິດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ ຂໍຊົມເຊີຍບັນດາຜົນງານອັນຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດ ເຊິ່ງພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວ ບັນລຸໄດ້ໃນພາລະກິດຕໍ່ສູ້ປົດປ່ອຍຊາດກ່ອນໜ້ານີ້, ກໍ່ຄືໃນກິດຈະການປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາປະເທດຊາດໃນວັນນີ້, ໂດຍສະເພາະແມ່ນພາຍຫລັງ 3 ປີທີ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດລາວ. ສານອວຍພອນກໍ່ຢືນຢັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ ໄດ້ຮັບການປັບປຸງ ແລະ ພັດທະນານັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຢ່າງແທດຈິງເຂົ້າໃນ ກິດຈະການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດຢູ່ແຕ່ລະປະເທດ. ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງກ່ຽວກັບການສະໜັບສະໜູນຢ່າງແຮງ, ການຊ່ວຍເຫຼືອອັນໃຫຍ່ຫລວງ, ລ້ຳຄ່າ, ສຸດອົກສຸດໃຈ ແລະ ມີປະສິດທິຜົນ ເຊິ່ງພັກ, ລັດ ແລະ ປະຊາຊົນ ລາວ ໄດ້ສະຫງວນໃຫ້ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃນຕະຫລອດໄລຍະຜ່ານມາ…

        ແລະກໍ່ໃນວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງກະເຊົ້າດອກໄມ້ໄປອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ.

ຕອບກັບ

ຂ່າວ/ບົດ​ອື່ນ